ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງຍອດອູ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກ ຢູ່ບ້ານພານ ເຂດພູຕາສານ (ຫົວນໍ້າຕອງ) ເມືອງຍອດອູ ແຂວງຜົ້ງສາລີ ເມື່ອບໍ່ດົນມານີ້ ໂດຍການນຳພາຂອງທ່ານ ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ, ທ່ານ ສົມຫວັງ ສຸມວິໄລ ເລຂາຄະນະບໍລິຫານງານພັກ ເມືອງຍອດອູ ພ້ອມດ້ວຍພະນັກງານນັກຮົບສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ ຕະຫລອດຮອດອົງການປົກຄອງເມືອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

ພາຍຫລັງໄດ້ຮັບການລາຍງານ ຈາກພົນລະເມືອງດີວ່າ: ໄດ້ມີປະຊາຊົນຢູ່ພາຍໃນເມືອງ ຍັງມີການລັກລອບປູກຝິ່ນເປັນຈຳນວນຫລວງຫລາຍ ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາແຫລ່ງຂ່າວດັ່ງກ່າວເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ສົມທົບກຳລັງລົງກວດກາພື້ນທີ່ເປົ້າໝາຍຕົວຈິງ ພົບວ່າຍັງມີພໍ່ແມ່ປະຊາຊົນຈຳນວນໜຶ່ງ ຍັງລັກລອບປູກຝິ່ນ 21 ຕອນ ມີເນື້ອທີ່ 9,8 ເຮັກຕາ ຈຶ່ງໄດ້ພ້ອມກັນລົງທຳລາຍດ້ວຍວິທີການ ໃຊ້ໄມ້ຟາດ, ພ້າຖາງຕົ້ນ, ດອກ, ໝາກ ແລະ ຫລົກຕົ້ນຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງເກັບກູ້ຜົນຜະລິດ ແລະ ໝາກຝິ່ນໄປເປັນແນວພັນ ພ້ອມທັງສຶກສາອົບຮົມ, ກ່າວເຕືອນ ແລະ ຊີ້ແຈງຜົນຮ້າຍ, ໄພອັນຕະລາຍຂອງຢາຝິ່ນ ໃຫ້ພໍ່ແມ່ປະຊາຊົນທີ່ລັກລອບປູກ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ທັງນີ້ກໍເພື່ອປະຕິບັດຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1997/ປກສ ລົງວັນທີ 9 ພະຈິກ 2022 ວ່າດ້ວຍການເພີ່ມທະວີ ການສະກັດກັ້ນ ຕ້ານຢາເສບຕິດ, ການປູກຝິ່ນ, ກັນຊາ ແລະ ການລັກລອບຊື້-ຂາຍຢາເສບຕິດ, ອີງຕາມແຈ້ງການຂອງຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ໃຫ້ປະກົດຜົນເປັນຈິງ.

ຢາຝິ່ນເປັນສານກະຕຸ້ນທີ່ອອກລິດຮຸນແຮງ ຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດ ປະເພດຢາບ້າ, ເຮໂລອິນ ແລະ ເປັນສ່ວນປະສົມ ໃນການຜະລິດສານເສບຕິດປະເພດອື່ນໆທີ່ຜິດກົດໝາຍ ແລະ ເກືອດຫ້າມ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງບັນຫາຢາເສບຕິດ ເປັນບັນຫາຕົ້ນຕໍ ທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ລັກຊັບ, ຄາດຕະກຳ, ຂົ່ມຂື່ນກະທຳສຳເລົາ ຊຶ່ງບັນຫາດັ່ງກ່າວນີ້ ໄດ້ສົ່ງຜົນໂດຍກົງຕໍ່ສະພາບຮ່າງກາຍ ແລະ ສ້າງຄວາມວຸ້ນວາຍໃນສັງຄົມ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫລຸດນ້ອຍຖອຍລົງໄປຈາກສັງຄົມເທື່ອລະກ້າວ.

ຂ່າວ-ພາບ: ແສງເພັດ ດອນວັນ




