ໃນໄລຍະ 1 ປີຜ່ານມາ ຫຼື ປີ 2025 ທີ່ຜ່ານມາ, ແຂວງຈໍາປາສັກມີລາຍຮັບຫຼາຍກວ່າ 94 ລ້ານໂດລາຈາກຂະແໜງທ່ອງທ່ຽວໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ທັງໝົດ 728,064 ເທື່ອຄົນ, ໃນນັ້ນ, ນັກທ່ອງທ່ຽວພາຍໃນ 286,941 ຄົນ, ນັກທ່ອງທ່ຽວຊາຍແດນ 133.809 ຄົນ ແລະ ນັກທ່ອງທ່ຽວສາກົນ 307,314 ຄົນ.
ໃນ 5 ປີ ຂ້າງໜ້າ (2026-2030 ) ກ່ຽວກັບການພັດທະນາການທ່ອງທ່ຽວ, ອົງການປົກຄອງ ແຂວງຈໍາປາສັກຈະເລັ່ງພັດທະນາ 4 ເຂດຫຼັກເປັນຕົ້ນ, ເຂດສີພັນດອນ, ເຂດວັດພູຈໍາປາສັກ (ມໍລະດົກໂລກ), ການທ່ອງທ່ຽວກະສິກໍາ ແລະ ທໍາມະຊາດພູພຽງບໍລະເວນ ແລະ ເຂດທ່ອງທ່ຽວປະຫວັດສາດວັດທະນະທໍາ ຢູ່ນະຄອນປາກເຊ ພ້ອມທັງປັບປຸງການບໍລິການປິ່ນອ້ອມ ເພື່ອອໍານວຍຄວາມສະດວກໃຫ້ນັກທ່ຽວທ່ອງນັບມື້ໃຫ້ຫຼາຍຂຶ້ນ.
ດ້ານການປັບປຸງການບໍລິການ, ແຂວງມີແຜນສ້າງ ແລະ ຂະຫຍາຍຜະລິດຕະພັນທ່ອງທ່ຽວໃໝ່ ແລະ ຍົກລະດັບມາດຕະຖານການບໍລິການໃນທຸກພາກສ່ວນ ເປັນຕົ້ນ, ສະຖານທີ່ບໍລິການ ໂດຍສະເພາະຮ້ານອາຫານ, ຮ້ານກາເຟ, ສະຖານທີ່ພັກແຮມ, ສ້າງຜະລິດຕະພັນທ່ອງທ່ຽວໃໝ່ທີ່ສໍາຄັນ ຕົ້ນຕໍການທ່ອງທ່ຽວພູໄຟລ້ານປີພູກະເຕະເຂດບ້ານໜອງຢາເທິງ ເມືອງປາກຊ່ອງ, ການຂະຫຍາຍສາຂາຮ້ານອາຫານ ແລະ ຮ້ານກາເຟຂອງຮ້ານ CC1971, ຈຸດຊົມວິວຮ້ານອາຫານລາວາ ຫຼັກ 30 ເມືອງປາກຊ່ອງ, ການບໍລິການເຮືອທ່ອງທ່ຽວທີ່ນໍ້າຂອງ ແລະ ຜະລິດຕະພັນທ່ອງທ່ຽວອື່ນໆຫຼາຍຢ່າງຂອງນັກທຸລະກິດທີ່ຕິດພັນກັບນໍ້າຕົກຕາດ ແລະ ແມ່ນໍ້າຂອງເຂດເມືອງປາກຊ່ອງ ແລະ ເມືອງໂຂງ.
ທີ່ມາ: ແຂວງຈໍາປາສັກ




