
ຂປລ. ໃນຕອນເຊົ້າວັນທີ 6 ກຸມພາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນເຕໂຈ ນະຄອນຫລວງພະນົມເປັນ ຣາຊະອານາຈັກກຳປູເຈຍ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ຣາຊະອານາຈັກກຳປູເຈຍ ແຕ່ວັນທີ 6-7 ກຸມພາ 2026.

ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຈຍ ຮົນ ທີ່ປຶກສາສູງສຸດຂອງເຈົ້າຊີວິດ, ທ່ານ ສົກ ໂສເກັນ ລັດຖະມົນຕີກະຊວງກວດກາ ແຫ່ງ ຣາຊະອາ ນາຈັກ ກໍາປູເຈຍ (ລັດຖະມົນຕີກຽດຕິຍົດ) ແລະ ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງຂອງທັງສອງຝ່າຍ ໃຫ້ການຕ້ອນຮັບ.

ການຢ້ຽມຢາມຄັ້ງນີ້, ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ເພື່ອເປັນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາ ຈັກກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ນອກຈາກນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຍັງຈະເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 4 ແລະ ກອງປະຊຸມສຸດຍອດ 2 ພັກ ລາວ-ກໍາປູເຈຍ ຄັ້ງທີ 16 ອີກດ້ວຍ.
ຂ່າວ: ກົມການຂ່າວ
ພາບ: ຕຸໄລເພັດ ພິມເມືອງ




