
ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ກັກຕົວໄວໜຸ່ມມົ້ວສຸມຢາເສບຕິດພ້ອມທັງສຶກສາອົບຮົມໃນວັນທີ 22 ມັງກອນ 2026 ຜ່ານມາ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບ ປກສ ເມືອງວັງວຽງ ແລະ ອົງການຈັດຕັ້ງບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ແລ້ວໄດ້ເຂົ້າກວດຄົ້ນຮ້ານກິນດື່ມແຫ່ງໜຶ່ງ ເມືອງວັງວຽງ ເຊິ່ງເປັນສະຖ້າທີ່ເຄື່ອນໄຫວຄ້າຂາຍ ແລະ ມົ້ວສຸມເສບສິງເສບຕິດປະເພດ ປຸ່ມເປົ້າ, ຢາເຄ, ຢາສູບໄຟຟ້າ, ຄໍລະເຈ່ນ, ກາເຟ ແລະນໍ້າກະທ້ອມ ໄດ້ກັກຕົວພວກມົ້ວສຸມ ໄດ້ທັງໜົດ 23 ຄົນ,ຍິງ 06 ຄົນ.ພ້ອມດ້ວຍເຄື່ອງຂອງກາງ ປຸມເປົ້າອັດສານໄນຕັດອອກໄຊສ໌ ຈຳນວນ 06 ອັນ, ຄໍລາເຈນຈຳນວນ 07 ຊ່ອງ, ຢາເຄ 03 ຖົງນ້ອຍ, ນໍ້າກະທ້ອມ ຈຳນວນ 05 ຕຸກ, ກາເຟປະສົມແລ້ວ ຈຳນວນ 03 ຕຸກ, ຢາສູບໄຟຟ້າ ຈຳນວນ 12 ອັນ ພ້ອມທັງໄດ້ນຳຕົວພວກກ່ຽວມາສຶບສວນ-ສອບສວນ.

ສະນັ້ນມາໃນວັນທີ 24 ມັງກອນ 2026 ຜ່ານມານີ້ ຈຶ່ງໄດ້ຈັດພິທີສຶກສາອົບຮົມຂື້ນຢູ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ພັຕ ປານີ ກາສີອຸດົມ ຫົວໜ້າກອງສອບສວນ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ມີພະນັກງານ-ນັກຮົບ, ແລະ ໄວໝຸ່ມທີ່ມົ້ວສຸມສິ່ງເສບຕິດ ເຂົ້າຮ່ວມ ພັຕ ປານີ ກາສີອຸດົມ ໄດ້ກ່າວເຕືອນພ້ອມທັງຍົກໃຫ້ເຫັນເຖິງຜົນຮ້າຍໄພອັນຕະລາຍຂອງນໍ້າກະທ້ອມ ເປັນພືດຊະນິດໜື່ງທີ່ມີສານເສບຕິດ ອອກລິດທໍາລາຍລະບົບປະສາດ, ພ້ອມທັງຜ່ານກົດໝາຍບາງມາດຕາ ທີ່ກ່ຽວກັບການປູກ, ການຜະລິດ, ປຸງແຕ່ງ, ຄ້າ-ຂາຍ, ຂົນສົ່ງ, ມີໄວ້ຄອບຄອງ, ພືດທີມີສານເສບຕິດ ຫຼື ຜະລິດຕະພັນທີມີສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດ ປະເພດຕ່າງໆທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມທັງຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງວຽງຈັນ ໃຫ້ຫຼຸດໜ້ອຍຖອຍລົງ.
ຈາກນັ້ນ, ກໍ່ໄດ້ສ້າງບົດບັນທຶກສຶກສາອົບຮົມກັບບັນດາໄວໝຸ່ມມົ້ວສຸມສິ່ງເສບຕິດ ແລະ ພ້ອມທັັັງມອບໃຫ້ພໍ່ແມ່, ຜູ້ປົກຄອງນໍາໄປສຶກສາອົບຮົມລູກຫຼານຂອງຕົນ ເພື່ອເຮັດໃຫ້ພວກກ່ຽວເຂົ້າໃຈໃນການກະທຳດັ່ງກ່າວ ໃຫ້ກາຍເປັນຄົນດີໃນສັງຄົມ, ຮູ້ສໍານຶກຜິດ ແລະ ບໍ່ໃຫ້ກັບມາມົ້ວສຸມຕື່ມອີກ.
ຂ່າວ: ແຂວງວຽງຈັນ: ນາດມະນີ




