30 C
Vientiane
ວັນທີ 22 February, 2026

ສຳເລັດການເຊື່ອມຕໍ່ ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ

Must read

ຂປລ. ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ(ກວ) ລາວ-ຈີນ ທາງເບື້ອງ ສປປ ລາວ ແລະ ສປ ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນ ໃນວັນທີ 5 ກຸມພາ 2026, ຊຶ່ງເປັນຂີດໝາຍເຖິງໂຄງການວິສະວະກຳສຳຄັນທີ່ໄດ້ລວມເຂົ້າໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ຮັບຄວາມຄືບໜ້າຊຶ່ງຕັດສິນຊີ້ຂາດ ແລະ ວາງພື້ນຖານທີ່ໜັກແໜ້ນສຳລັບການເລີ່ມການຜະລິດ ຢ່າງເຕັມ ທີ່ໃນເດືອນເມສາ 2026 ນີ້.

ໂຄງການດັ່ງກ່າວ, ເຊື່ອມຕໍ່ສະຖານີໄຟຟ້າ 500 ກວ ນາໝໍ້ 3 ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ສປປ ລາວ ແລະ ພາກເໜືອເຊື່ອມຕໍ່ກັບສະຖານີໄຟຟ້າ 500 ກວ ສິບສອງພັນນາ ໃນນະຄອນຈິງຮົງ ແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ, ມີຄວາມຍາວທັງໝົດ 177,5 ກິໂລແມັດ. ໃນນັ້ນ,ເບື້ອງ ສປປ ລາວ ຍາວ 32,5 ກິໂລແມັດ, ໄດ້ຮັບການລົງທຶນ ແລະ ກໍ່ສ້າງໂດຍບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T), ໄດ້ເລີ່ມຕົ້ນກໍ່ສ້າງຢ່າງເປັນທາງການ ໃນວັນທີ 26 ກຸມພາ 2025. ການຮ່ວມມືຢ່າງໃກ້ຊິດລະຫວ່າງ ຈີນ ແລະ ລາວ ໄດ້ຊຸກຍູ້ສົ່ງເສີມການເຊື່ອມຕໍ່ຕະຫລອດທາງໃຫ້ສໍາເລັດໄດ້ລ່ວງໜ້າ, ສະແດງໃຫ້ເຫັນເຖິງການປະສານງານທີ່ມີປະສິດທິພາບ ແລະ ການຮ່ວມມືຕົວຈິງລະ ຫວ່າງສອງປະເທດ ໃນໂຄງການຂ້າມຊາຍແດນທີ່ສໍາຄັນ.

ພາຍຫລັງໂຄງການດັ່ງກ່າວ ສຳເລັດແລ້ວ ຈະມີຄວາມສາມາດໃນການສົ່ງໄຟຟ້າສອງທິດທາງ 1,5 ລ້ານກິໂລວັດ, ສົ່ງພະລັງງານສະອາດປະມານ 3 ຕື້ກິໂລວັດຊົ່ວໂມງຕໍ່ປີ ແລະ ຫລຸດຜ່ອນການປ່ອຍກາກໂບນອອກ ປະມານ 2,5 ລ້ານໂຕນ ຊຶ່ງຈະເປັນຊ່ອງທາງສີຂຽວສໍາລັບການເຊື່ອມຕໍ່ພະລັງ ງານໄຟຟ້າ ແລະ ການບໍລິໂພກພະລັງງານສະອາດໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.ລະຫວ່າງການກໍ່ສ້າງ, ທີມງານໂຄງການໄດ້ຍຶດໝັ້ນຫລັກການ ESG ຢ່າງຕໍ່ເນື່ອງ, ປັບປຸງແລວເສັ້ນທາງໃຫ້ດີທີ່ສຸດ ແລະ ນໍາໃຊ້ເຕັກນິກທີ່ທັນສະໄໝທີ່ສຸດ ແລະ ການປູກພືດປ່າຮ່ວມກັນ ເພື່ອຫລຸດຜ່ອນການຕັດໄມ້ທຳລາຍປ່າຕາມເສັ້ນທາງ ຫລາຍກວ່າ 83%, ປົກປ້ອງລະບົບນິເວດປ່າໄມ້ໃນທ້ອງຖິ່ນຢ່າງມີປະສິດທິພາບ. ພ້ອມກັນນັ້ນ, ພື້ນທີ່ເກັບກູ້ລະເບີດໄດ້ຖືກຂະຫຍາຍອອກໄປເປັນ 70 ແມັດ ທັງສອງຟາກຂອງແລວເສັ້ນທາງ, ເສີມຂະຫຍາຍຄວາມປອດໄພຂອງພື້ນທີ່ອ້ອມຂ້າງ.

ໂຄງການດັ່ງກ່າວ, ຍັງເປັນປະໂຫຍດຕໍ່ຊຸມຊົນທ້ອງຖິ່ນ, ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ໄດ້ສຳເລັດ ແລະ ມອບການນຳໃຊ້ແລ້ວ. ພ້ອມນີ້, ຍັງໄດ້ສຳເລັດການກໍ່ສ້າງ ແລະ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ແຫ່ງ ຊຶ່ງເປັນການປັບປຸງສະພາບການສຶກສາໃນໂຮງຮຽນທ້ອງຖິ່ນຂອງລາວ. ໂຄງ ການດັ່ງກ່າວ, ຍັງໄດ້ສ້າງວຽກເຮັດງານທໍາຫລາຍຮ້ອຍຕໍາເເໜ່ງ, ຝຶກອົບຮົມບຸກຄະລາກອນ ດ້ານເຕັກໂນໂລຊີພະລັງງານໄຟຟ້າໃນທ້ອງຖິ່ນຂອງລາວຢ່າງຫ້າວຫັນ ແລະ ປະກອບສ່ວນເຂົ້າໃນຄວາມສາມາດໃນການພັດທະນາຂອງພາກພື້ນ.ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ມີຈຸດໃຈກາງຢູ່ທີ່ສະຖານີໄຟຟ້າ 500 ກວ ນ້ຳໝໍ້ 3, ຈະລວມເອົາແຫລ່ງພະລັງງານສະອາດອ້ອມຂ້າງ ເຊັ່ນ: ພະລັງງານແສງອາທິດ ແລະ ພະລັງງານນ້ຳ ຊຶ່ງຈະຊ່ວຍເສີມຂະຫຍາຍຄວາມສາມາດໃນການສະໜອງໄຟຟ້າເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຈີນ ຢ່າງມີປະສິດທິພາບ ແລະ ປັບປຸງປະສິດທິພາບຂອງລະບົບໄຟຟ້າພາກເໜືອຂອງລາວ, ຊຸກຍູ້ສົ່ງເສີມ ການປັບປຸງຍົກລະດັບ ຂອງໂຄງສ້າງພະລັງງານ ແລະ ການພັດທະນາອຸດສາຫະກຳຂອງ ສປປ ລາວ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article