ໜ່ວຍກູ້ໄພ ອາສາເພື່ອປະຊາຊົນ ລາຍງານວ່າ: ເວລາ 16:40 ນາທີ ວັນທີ 2 ກຸມພາ 2026 ເກີດເຫດລົດບັນທຸກກັບລົດຕູ້. ລົດຕູ້ເສຍຫລັກປີ້ນລົງຂ້າງທາງ ເສັ້ນທາງ 13 ໃຕ້ ເຂດບ້ານບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນ ມີຜູ້ໄດ້ຮັບບາດເຈັບ 1 ຄົນ ເພດຊາຍ ມີບາດແຜເຫຼິ້ນຕາມຕົນໂຕ ແລະ ໃບໜ້າ ທີມກູ້ໄພໄດ້ປະຖົມພພາຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ.

ທີ່ມາ:ໜັງສືພິມລາວພັດທະນາ




