28.8 C
Vientiane
ວັນທີ 21 February, 2026

ຂ່າວຕ່າງປະເທດລາຍງານ ປະເທດຍີ່ປຸ່ນ ກຳລັງປະເຊີນກັບພາຍຸຫິມະຕົກໜັກໃນຮອບ 80 ປີ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 18 ຄົນ

Must read

ສຳນັກຂ່າວຕ່າງປະເທດລາຍງານວັນທີ 2 ກຸມພາ 2026 ນີ້ວ່າ: ໃນໄລຍະ 2 ອາທິດທີ່ຜ່ານມາ ປະເທດຍີ່ປຸ່ນ ໄດ້ປະສົບກັບສະພາວະພາຍຸຫິມະຕົກໜັກຕໍ່ເນື່ອງເຊິ່ງຖືເປັນລະດັບສູງສຸດອັນດັບ 4 ໃນປະຫວັດສາດ ເປັນການປະເຊີນກັບຫິມະຕົກໜັກທີ່ສຸດໃນຮອບ 80 ປີ ຂອງຕົວເມືອງ ອາໂອໂມຣິ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 18 ຄົນ ແລະ ໄດ້ຮັບບາດເຈັບອີກ 249 ຄົນ ເຊິ່ງສາເຫດຂອງການເສຍຊີວິດ ແລະ ບາດເຈັບ ສ່ວນໃຫຍ່ແມ່ນເກີດຂຶ້ນໃນລະຫວ່າງການກວາດຫິມະ ເຊັ່ນ: ອຸບັດເຫດຕົກຈາກຫລັງຄາເຮືອນ ແລະ ຖືກຫິມະຖະຫລົ່ມທັບ.

ປັດຈຸບັນ, ທາງການຍີ່ປຸ່ນໄດ້ອອກແຈ້ງການເຕືອນໃຫ້ປະຊາຊົນໃນເຂດດັ່ງກ່າວ ເພີ່ມທະວີຄວາມລະມັດລະວັງໃນການປະຕິບັດໜ້າທີ່ກວາດລ້າງຫິມະ ແລະ ຕິດຕາມສະພາບອາກາດຢ່າງໃກ້ຊິດ ເພື່ອປ້ອງກັນອຸປະຕິເຫດທີ່ອາດເກີດຂຶ້ນຕື່ມອີກ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article