
ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະພັກ ປະ ທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ, ໃຫ້ກຽດເຂົ້າຮ່ວມ ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ, ມີຜູ້ຕາງໜ້າຈາກຄະນະຈັດ ຕັ້ງສູນກາງພັກ,ຫ້ອງວ່າການສູນກາງພັກ,ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ,ພ້ອມດ້ວຍບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຄະນະປະຈຳພັກ, ກຳມະການພັກແຂວງຄຳມ່ວນ ແລະ ພະນັກງານຫຼັກແຫຼ່ງ ພາຍໃນຄະນະກວດກາ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງສູນກາງ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ (2021-2025). ຈາກນັ້ນ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າ ທີ່ໃໝ່; ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ,ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ, ປະ ທານຄະນະກວດກາສູນກາງພັກ.

ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດມອບຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໃຫ້ ສະຫາຍ ຄຳພັນ ພົມມະທັດ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ,ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິ ຫານງານພັກ ປະທານຄະນະກວດກາສູນກາງພັກ ໃຫ້ສະ ຫາຍ ວັນໄຊ ພອງສະຫວັນ.ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວ ໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ (ຜູ້ເກົ່າ ແລະ ຜູ້ໃໝ່)
ໃນຕອນທ້າຍພິທີ, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຄຳພັນ ພົມມະທັດ ປະທານຄະນະກວດກາສູນ ກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ (ຜູ້ເກົ່າ) ທີ່ເປັນຫຼັກແຫຼ່ງນຳພາ-ຊີ້ນຳ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ນັບແຕ່ປີ 2021 ເປັນຕົ້ນມາ ພ້ອມກັບບັນດາສະຫາຍຄະນະນຳ, ພະນັກງານ-ລັດຖະກອນ ຂອງຄະນະກວດກາໄດ້ມີຄວາມຮັບຜິດຊອບສູງ, ບຸກບືນສູ້ຊົນເຮັດຫຼ້ອນໜ້າທີ່ ໃນການປະຕິບັດພາລະບົດບາດ ຕິດຕາມ, ກວດກາແຕ່ລະຂັ້ນໄດ້ຮັບການປັບປຸງ ແລະ ມີບາດກ້າວຂະ ຫຍາຍຕົວເປັນລໍາດັບ ຊຶ່ງສະແດງອອກໃນບົດລາຍງານຫຍໍ້ ກໍຄື ສະພາບການຊີ້ນຳຕົວຈິງ ແມ່ນສ່ອງແສງອອກຢ່າງຈະແຈ້ງແລ້ວ.
ພ້ອມນີ້, ສະຫາຍ ຍັງໄດ້ກ່າວຕື່ມອີກວ່າດ້ວຍຄວາມຮູ້-ຄວາມສາມາດແລະບົດຮຽນປະສົບການ ຂອງ ສະຫາຍ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ (ຜູ້ໃໝ່) ຈະເປັນພື້ນຖານສໍາຄັນ ໃນການນໍາພາປະຕິບັດພາລະບົດບາດ, ວຽກງານຕິດ ຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ, ສ້າງລະບອບແບບ ແຜນວິທີເຮັດວຽກໃຫ້ຮັດກຸມ, ໃຫ້ໄວ ແລະ ມີຜົນສຳເລັດຫຼາຍຂຶ້ນ.
ຂ່າວ: ກວດກາສູນກາງ




