ນັກຮຽນມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງ ລວມທັງໝົດ 300 ອົງ (ສາມະເນນ) ໄດ້ສຳເລັດການຝຶກອົບຮົມກຳມະຖານ ເມື່ອມໍ່ໆມານີ້ ພາຍຫຼັງທີ່ເລີ່ມຝຶກອົບຮົມດັ່ງກ່າວມາແຕ່ວັນທີ 17 ມັງກອນ 2025 ທີ່ຜ່ານມາ ຢູ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ໃນໄລຍະຝຶກອົບຮົມ ສາມະເນນ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍຫຼັງທີ່ສິກຂາ, ມຸງຄຸນຊີວິດ, ສາສະໜາພິທີ, ໂທດໄພຂອງສິ່ງເສບຕິດ ແລະ ທິດ 6. ສ່ວນພາກປະຕິບັດຕົວຈິງໄດ້ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ, ຝຶກມາລະຍາດທາງສັງຄົມ. ນອກນີ້, ສໍາມະເນນຍັງໄດ້ເຮັດກິດຈະກຳເປັນໝູ່ຄະນະ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ໃຊ້ໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ.
ການຝຶກອົບຮົມດັ່ງກ່າວຈັດໂດຍສໍານັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ຮ່ວມກັບກຳມາທິການສຶກສາສົງ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງເມືອງນາຊາຍທອງ.
ທີ່ມາແຫຼ່ງຂໍ້ມູນ: ປະຊາຊົນ




