28.8 C
Vientiane
ວັນທີ 21 February, 2026

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ

Must read

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກອງບັນຊາການ, ອົງການຈັດຕັ້ງ ເຂົ້າຮ່ວມ.

ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຜ່ານບົດສະຫຼຸບການຊີ້ນຳ-ນຳພາຮອບດ້ານໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນແຂວງຊຽງຂວາງ ມີຄວາມສະຫົງບໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ທົ່ວສັງຄົມມີຄວາມສາມັກຄີແໜ້ນໜາ, ສຶກສາອົບຮົມ ລົງກໍ່ສ້່າງຮາກຖານການເມືອງຢູ່ທ້ອງຖິ່ນເປັນປົກກະຕິ ຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂຄວາມທຸກຍາກ, ການປູກຝັງ-ລ້ຽງສັດ, ການທ່ອງທ່ຽວຂະຫຍາຍຕົວຢ່າງແຂງແຮງ, ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ຫັດແໜ້ນຂຶ້ນເລື້ອຍໆ.

ໂອກາດນີ້, ທ່ານ ນາງ ວິໄລ ພິລາວົງ ຄະນະຈັດຕັ້ງສູນກາງ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ, ຂໍ້ຕົກລົງຂອງກົມການເມືອງສູນກາງພັກ ແລະ ບັນດານິຕິກຳອື່ນໆຂອງຂັ້ນເທິງ. ຈາກນັ້ນ, ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ກຽດມອບຄຳສັ່ງຂອງກົມການເມືອງສູນກາງພັກ ໃຫ້ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາຄະນະບຊໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ. ມອບຂໍ້ຕົກລົງຂອງກົມການເມືອງສູນກາງພັກ ໃຫ້ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ໃໝ່. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍຊ້ອງໜ້າປະທານກອງປະຊຸມ ແລະ ການນຳແຂວງ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນຊີ້ນຳ ໂດຍຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງເລຂາຄະນະບໍລິຫານງານພັກແຂວງຜູ້ເກົ່າ ມີຫຼາຍວຽກງານທີ່ພົ້ນເດັ່ນ ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມນີ້ທ່ານກໍ່ໄດ້ເນັ້ນໜັກໃຫ້ ອົງຄະນະພັກແຂວງຊຽງຂວາງ ຈົ່ງສະນັບສະໜູນເລຂາຄະນະບໍລິຫານງານພັກແຂວງຜູ້ໃໝ່, ຖືຫຼັກການນຳພາຂອງພັກ, ມີຄວາມສາມັກຄີ, ມີຄວາມເປັນເອກະພາບພາຍໃນພັກ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເອົາໃຈໃສ່ຜັນຂະຫຍາຍມະຕິຕ່າງໆເຂົ້າສູ່ລວງເລິກ, ຍົກສູງຈິດໃຈພັດທະນາຢ່າງແຮງກ້າ, ຊີ້ນຳ-ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ພັດທະນາສັງຄົມໃຫ້ມີຄວາມສີວິໄລ, ຫັນລົງກໍ່ສ້າງຮາກຖານການເມືອງ, ແກ້ໄຂຄວາມທຸກຍາກ, ຖືສຳຄັນວຽກງານພົວພັນ ຮ່ວມມືກັບບັນດາປະເທດເພື່ອນມິດ ຍຸດທະສາດ, ພັດທະນາແຂວງຊຽງຂວາງໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.

(ຂ່າວ: ບຸນມີ ແສງທຸມມີ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article