28.8 C
Vientiane
ວັນທີ 21 February, 2026

ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກ ແຂວງຫຼວງນ້ຳທາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

Must read

ວັນທີ 26 ມັງກອນ 2026 ຢູ່ທີສະໂມສອນຂອງແຂວງຫຼວງນໍ້າທາ ໄດ້ຈັດພີທີມອບ – ຮັບໜ້າທີ ເລຂາຄະນະບໍລິຫານງານພັກແຂວງໆຫຼວງນໍ້າທາ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກແຂວງໆ ແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ຄໍາພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ມີການນໍາຈາກສູນກາງ, ການນໍາແຂວງ, ອະດີດການນໍາແຂວງ, ສອງກອງບັນຊາການ ຕະຫຼອດພະນັກ ງານຫຼັກແຫຼ່ງຂອງແຂວງ ເຂົ້າຮວ່ມ.

ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ລາຍງານໂດຍຫຍໍ້ການນໍາພາ-ຊີ້ນຳວຽກງານຮອບດ້ານໃນໄລຍະຜ່ານມາ, ຜ່ານການ ຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸງຍາກຫຼາຍດ້ານ ເປັນຕົ້ນແມ່ນບັນ ຫາທ່າງດ້ານເສດຖະກິດ, ພະຍາດລະບາດ, ໄພທໍາມະຊາດ ແລະ ຄວາມຫຍຸ້ງຍາກອື່ນໆ, ຄະນະບໍລິ ຫານງານພັກແຂວງສະໄໜທີ່ VIII ແລະ ສະໄໜທີ IX ໄດ້ຕັດສິນໃຈຜ່ານຜ່າ, ຫາວິທີແກ້ໄຂ ແລະ ຫາທຶນຮອນມາສ້າງສາພັດທະນາມີການຫັນປ່ຽນດີຂຶ້ນ ແລະ ໄດ້ເອົາໃຈໃສ່ແກ້ໄຂ ໄພພີບັດນໍ້າຖວ້ມແຂວງຫຼວງນໍ້າທາ ປີ 2024, ໄດ້ຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໜາຍ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະ ມານ ໄດ້ເກີນແຜນ 3 ປີຕໍ່ເນື່ອງ, ໄດ້ສຸມສະຕິປັນຍາ, ເຫື່ອແຮງ ເຂົ້າໃນການພັດທະນາ ແຂວງຫຼວງນໍ້າທາ ປຸກລະດົມທຸກພາກສວ່ນ ປະສວ່ນເຂົ້າໃນການພັດທະນາແຂວງຫຼວງນໍ້າທາຢ່າງຕັ້ງໜ້າເຮັດໃຫ້ແຂວງຫຼວງນໍ້າທາ ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ.

ໃນພິທີ, ຕາງໝ້າຄະນະຈັດຕັ້ງສູນກາງພັກໄດ້ຜ່ານ ມະຕິຕົກລົງຂອງກົມການເມືອງສູນກາງພັກສະບັບເລກທີ 08/ ກມສພ ນະຄອນຫຼວງວຽງຈັນ ວັນທີ 16 ມັງກອນ 2026 ວ່າດ້ວຍການອະນຸມດໃຫ້ການນຳຂັ້ນສູງອອກຮັບການອຸດໜູນບໍານານ ໃນນີ້ຕົກລົງໃຫ້ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ພັກການຮັບອຸນໝູນບໍານານ, ຜ່ານຄຳສັງຂອງກົມການເມືອງສູນກາງພັກເລກທີ 08/ ກມສພ ວັນທີ16 ມັງກອນ 2026 ວ່າດ້ວຍການຍົກຍ້າຍການນຳຂັ້ນສູງໄປຮັບໝ້າທີ່ໃໝ່ ໂດຍຍົກຍ້າຍ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງນໍ້າທາ, ຜ່ານມາຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 15 / ກມສພ ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ແຂວງຫຼວງນໍ້າ ໃນນີ້ ແຕ່ງຕັ້ງ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ກຳມະການສູງການພັກ ເປັນເລຂາຄະນະບໍລິຫານງານພັກແຂວງ.

ຈາກນັັ້ນ, ກໍໄດ້ມອບມະຕິຕົກລົງຂອງກົມການເມືອງສູນກາງພັກ ໃຫ້ສະຫາຍເລຂາພັກແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ຜູ້ໄໝ ພ້ອມທັງເຊັນບົດບັນທຶກ ມອບ – ຮັບ ໜ້າທີ່ລະຫວ່າງສະຫາຍເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.

ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະຄະນະບໍລິຫານງານພັກແຂວງຫຼວງນໍ້າຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເໜັ້ນໜັກໃຫ້ຄະນະບໍລິງານງານຊຸດໃໝ່ ຈົ່ງສຶບຕໍ່ປົກປັກຮັກສາເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ຄວາມສາມັກຄີປວງຊົນບັນດາເຜົ່າ, ສຸ່ມໃສ່ປະຕິບັດໝ້າວຽກຂອງກອງປະຊຸມໃຫ່ຍຄັ້ງທີ XII ຂອງພັກ ກໍ່ຄືກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງເພື່ອເປັນບ່ອນອີ່ງ ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງີນ, ແກ້ໄຂ້ບັນຫາຢາເສບຕິດ, ເສີມຂະຫຍາຍສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ເອົາໃຈໃສ່ສົ່ງເສີມເສດຖະກິດ, ວັດທະນະທຳ, ພັດທະນາດ້ານການທ່ອງທ່ຽວທາງດ້ານປະຫັວດສາດ, ທຳມະຊາດ ແລະ ວັດທະນະທຳ, ຍົກສູງເພີ່ມທະວີຄຸ້ມຄອງທາງດ້ານກົດໝາຍໃຫ້ມີປະສິດຕິພາບ, ເອົາໃຈໃສ່ນໍາພາການເມືອງແນວຄິດໃນການລົງຮັບສະໜັກເລືອກຕັ້ງ ເພື່ອສີມຂະຫຍາຍບົດບາດຂອງສະພາແຫ່ງຊາດກໍຄືທ້ອງຖິ່ນ, ເອົາໃຈໃສ່ຍົກສູງວຽກງານປ້ອງກັນຊາດປ້ອງກັນຄວາມສະຫົງບໃຫ້ປອດໄພ ໂດຍສະເພາະແມ່ນບັນຫາຢາເສບຕິດ, ການຄ້າມະນຸດ, ຄ້າຂາຍເຖື່ອນ ເພື່ອອັດຊ່ອງວ່າງຕໍ່ປະກົດການຫຍໍ້ທໍ້ຕ່າງໆ ເພື່ອເຮັດໃຫ້ແຂວງຫຼວງນໍ້າທາມີຄວາມສະຫົງບສຸກ ເສດຖະກິດມີການຂະຫຍາຍຕົວຂື້້ນເລື້ອຍໆ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article