29.4 C
Vientiane
ວັນທີ 21 February, 2026

ງານເທດສະການອາຫານລາວ ປີ 2026 ຄັ້ງທີ 21 ສະເຫຼີມສະຫຼອງລົດຊາດອາຫານລາວ ທີ່ສວນເຈົ້າອານຸວົງ

Must read

ວັນທີ 26–30 ມັງກອນ 2026, ນະຄອນຫຼວງວຽງຈັນກັບມາຄຶກຄື້ນອີກຄັ້ງ ດ້ວຍກິ່ນຫອມ ລົດຊາດ ແລະ ຄວາມພາກພູມໃຈທາງວັດທະນະທຳ ເນື່ອງໃນໂອກາດທີ່ ງານເທດສະການອາຫານລາວ ປີ 2026 ຄັ້ງທີ 21 ຈັດຂຶ້ນທີ່ ສວນເຈົ້າອານຸວົງ ພາຍໃຕ້ຄຳຂວັນ “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ”. ເປັນໜຶ່ງໃນງານດ້ານວັດທະນະທຳທີ່ຍິ່ງໃຫຍ່ທີ່ສຸດຂອງປະເທດ, ງານນີ້ໄດ້ຮວບຮວມເອົາຄວາມຫຼາກຫຼາຍຂອງອາຫານລາວຈາກເໜືອຮອດໃຕ້ ເຊິ່ງມີຮ້ານຄ້າເຂົ້າຮ່ວມຫຼາຍກວ່າ 180 ຮ້ານ, ເປັນງານທີ່ມີການນຳສະເໜີອາຫານປະຈຳພາກ, ຜະລິດຕະພັນທ້ອງຖິ່ນ ແລະ ຂະບວນການປຸງແຕ່ງທີ່ສືບທອດກັນມາດົນນານ.

ບໍລິສັດ ເບຍລາວ ຈຳກັດ ໄດ້ເປັນຄູ່ຮ່ວມຍຸດທະສາດ ແລະ ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງຫຼາຍປີແກ່ງານເທດສະການອາຫານລາວ ແລະ ບໍລິສັດຍັງຄົງສືບຕໍ່ບົດບາດດັ່ງກ່າວດ້ວຍຄວາມຄວາມພາກພູມໃຈ ເປັນຜູ້ສະໜັບສະໜູນຫຼັກໃຫ້ກັບງານຄັ້ງທີ່ 21 ໃນປີນີ້ອີກດ້ວຍ ເພື່ອຢັ້ງຢືນຄວາມມຸ່ງໝັ້ນໃນການສົ່ງເສີມວັດທະນະທຳອາຫານລາວ ແລະ ຊຸມຊົນທ້ອງຖິ່ນ.

ພາຍໃນງານຜູ້ເຂົ້າຮ່ວມຈະໄດ້ສຳຜັດການເດີນທາງຜ່ານລົດຊາດອາຫານລາວຢ່າງແທ້ຈິງ, ຕັ້ງແຕ່ອາຫານຈານຫຼັກທີ່ມີຊື່ສຽງ, ອາຫານຈານຍ່ອຍທ້ອງຖິ່ນແບບກິນງ່າຍ, ໄປຈົນເຖິງຜະລິດຕະພັນກະສິກຳທ້ອງຖິ່ນ, ຫັດຖະກຳ ແລະ ສິນຄ້າຈາກຊຸມຊົນ, ພ້ອມກັບບັນຍາກາດທີ່ຄຶກຄື້ນທີ່ແຄມແມ່ນ້ຳຂອງ.

ແນ່ນອນວ່າງານເທດສະການອາຫານລາວກໍ່ຕ້ອງຄູ່ກັບເຄື່ອງດື່ມຄູ່ໃຈອັນເປັນເອກະລັກ ນັ້ນກໍ່ຄື ເບຍລາວ ເຊິ່ງຢູ່ຄູ່ວັດທະນະທຳການກິນຢູ່ຂອງຄົນລາວ ເຊິ່ງເປັນທີ່ຮູ້ຈັກແລະນິຍົມກັນດີໃນຄວາມເຂົ້າກັນໄດ້ຢ່າງລົງໂຕກັບອາຫານລາວຫຼາກຫຼາຍປະເພດ. ບໍລິສັດບໍ່ພຽງແຕ່ມີສ່ວນຮ່ວມໃນງານນີ້ເທົ່ານັ້ນ ແຕ່ຍັງສືບຕໍ່ການເປັນສ່ວນໜຶ່ງຂອງວັດທະນະທຳອາຫານລາວໃນຊີວິດປະຈຳວັນ ພ້ອມທັງຈະມາຕື່ມຄວາມແຊບໃຫ້ກັບທຸກລົດຊາດຕະຫຼອດງານ.

ພິເສດພາຍໃນງານໄດ້ມີ ບູທເບຍລາວ ທີ່ຈະມານຳສະເໜີປະສົບການຄວາມມ່ວນຊື່ນ. ຜູ້ເຂົ້າຮ່ວມງານສາມາດເຂົ້າຮ່ວມຫຼິ້ນກິດຈະກຳ ເພື່ອທົດສອບຄວາມຮູ້ກ່ຽວກັບເບຍລາວ ສຳລັບຜູ້ທີ່ຢາກລອງທ້າທາຍຕົນເອງ ແລະ ຜູ້ທີ່ເປັນແຟນພັນແທ້ເບຍລາວຕົວຈິງກໍ່ສາມາດເຂົ້າຮ່ວມໄດ້ (ສຳລັບບຸກຄົນທີ່ມີອາຍຸ18ປີຂື້ນໄປ) ເພື່ອລຸ້ນຮັບລາງວັນຈາກທາງເບຍລາວ, ບອກເລີຍວ່າບູທນີ້ຈະມາສ້າງຄວາມຄຶກຄື້ນໃຫ້ກັບບັນຍາກາດພາຍໃນງານ. ພາກັນແວ່ມາຫຼິ້ນຫຼາຍໆເດີແລ້ວທ່ານຈະຮູ້.

ງານນີ້ເປັນຫຼາຍກວ່າງານເທດສະການອາຫານລາວ, ເປັນທັງການສະເຫຼີມສະຫຼອງອາຫານປະຈຳຊາດ ແລະ ຄວາມພາກພູມໃຈທາງວັດທະນະທຳ, ພ້ອມທັງເປັນເວທີສຳຄັນໃຫ້ແມ່ຍິງໄດ້ສະແດງບົດບາດ ແລະ ຄວາມສາມາດໃນການອະນຸລັກອາຫານລາວ, ສົ່ງເສີມວັດຖຸດິບທ້ອງຖິ່ນ ແລະ ຂັບເຄື່ອນຄວາມເປັນແມ່ຄ້າຊາວຂາຍ ຫຼື ນັກທຸລະກິດ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article