29.4 C
Vientiane
ວັນທີ 21 February, 2026

ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

Must read

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີມອບ-ຮັບຫຼຽນຊາວໜຸ່ມຕະ ລຸມບອນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະບໍລິຫານງານທີມໂຄສ, ຄະນະຄູຝຶກ, ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA ຂຶ້ນໃນວັນທີ 27 ມັງກອນນີ້ ທີ່ ສຊປລ ໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍ ໂດຍທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສຊປລ, ມີຮອງເລຂາ, ຄູຝຶກ, ນັກກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ໄດ້ຂຶ້ນລາຍງານການເຄື່ອນໄຫວຂອງສະໂມສອນໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ. ຈາກນັ້ນ, ທ່ານ ໜູຈາ ຢ່າມາຈາງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສຊປລ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນ ສະບັບເລກທີ 1012/ສຊປລ, ລົງວັນທີ 5 ທັນວາ 2025 ເຫັນດີມອບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ສະໂມສອນ W.I.G NAGA ທີ່ມີຜົນງານດີເດັ່ນໃນການນໍາພານັກກິລາຮຸ່ນເຍົາວະຊົນ ເຂົ້າຮ່ວມການແຂ່ງຂັນກິລາບານເຕະລະດັບຊາດ ແລະ ລະດັບສາກົນ ເຊິ່ງເປັນການສ້າງຊື່ສຽງໃຫ້ແກ່ປະເທດຊາດ; ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍໃຫ້ບຸກຄົນ ທີ່ມີຜົນງານດີເດັ່ນ ສະບັບເລກທີ1013/ສຊປລ, ລົງວັນທີ 5 ທັນວາ 2025 ແລະ ສະບັບເລກທີ 07/ສຊປລ, ລົງວັນທີ 13 ມັງກອນ 2026 ເຫັນດີມອບໃບຍ້ອງຍໍ ຈໍານວນ 10 ໃບ ໃຫ້ປະທານສະໂມສອນ, ຮອງປະທານສະໂມສອນ, ຄະນະທີ່ປຶກສາ, ຄະນະຮັບຜິດຊອບ, 17 ໃບ ໃຫ້ຄະນະຄູຝຶກ, 12 ໃບ ໃຫ້ນັກກິລາເຍົາວະຊົນ ຮຸ່ນ 9 ປີ (U9), 18 ໃບ ໃຫ້ນັກກິລາເຍົາວະຊົນ ຮຸ່ນ 11 ປີ (U11), 24 ໃບ ໃຫ້ນັກກິລາເຍົາວະຊົນ ຮຸ່ນ 13 ປີ (U13) ຂອງສະໂມສອນບານເຕະ W.I.G NAGA ທີ່ມີຜົນງານດີເດັ່ນໃນການສ້າງຊື່ສຽງໃຫ້ແກ່ປະເທດຊາດ ເຂົ້າຮ່ວມການແຂ່ງຂັນກິລາບານເຕະລະດັບຊາດ ແລະ ລະດັບສາກົນ.

ໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ສະແດງຄວາມຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ການຈັດພິທີມອບໃບຍ້ອງຍໍໃນຄັ້ງນີ້ຂຶ້ນກໍເພື່ອເປັນການຊົມເຊີຍຜົນສໍາເລັດ ແລະ ສ້າງຂວັນກຳລັງໃຈ ໃຫ້ແກ່ທີມນັກກິລາຮຸ່ນເຍົາວະຊົນ ແລະ ທີມຄູຝຶກ ທີ່ໄດ້ສຸມຈິດສຸມໃຈ, ເອົາ ໃຈໃສ່ໃນການຝຶກຊ້ອມຢ່າງຕັ້ງໜ້າຈົນສາມາດຍາດໄດ້ລາງວັນມາໃຫ້ແກ່ປະເທດລາວເຮົາ ຊຶ່ງເປັນໃບໜ້າອັນໃໝ່ໃຫ້ແກ່ທີມນັກກິລາ ເຊິ່ງກິດຈະກໍານີ້ແມ່ນການສະແດງເຖິງການປູກຈິດສໍານຶກໃຫ້ຫຼານນ້ອຍເຍົາວະຊົນ ກໍຄືນັກກິລາໄດ້ຮຽນຮູ້ພັດທະນາຕົນເອງ, ສະແດງຄວາມສາມາດອອກສູ່ສັງຄົມ, ມີສຸຂະ ພາບແຂງແຮງ, ມີແບບແຜນການດໍາລົງຊີວິດ, ມີສະຕິຊາດ, ສະຕິເຄົາລົບກົດໝາຍ, ສະຕິການຈັດຕັ້ງ, ຮັກປະເທດຊາດ, ຮັກທ່ານຜູ້ນໍາ, ຮັກຕົນເອງ ແລະ ຄອບຄົວ ເພື່ອສືບທອດພາລະກິດ ຕາມຄໍາສອນຂອງທ່ານຜູ້ນໍາ 6 ຮັກ 3 ຊັງ, ຂໍ້ແຂ່ງຂັນ 3 ດີ 4 ຮູ້, ຄໍາຂວັນ ແລະ ຄຸນລັກສະນະຂອງເຍົາວະຊົນຢ່າງແທ້ຈິງ.

ຂ່າວ-ພາບ: ວັນເພັງ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article