ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ, ໄດ້ເດີນທາງ ຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 26-27ມັງກອນນີ້, ພິທີສົ່ງຄະນະຜູ້ແທນດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມັງກອນນີ້, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ນາງ ຟອງສະໝຸດ ອັນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຟານ ມິງ ຈຽນ ອຸປະທູດຊົ່ວຄາວ ສະຖານທູດຫວຽດນາມປະຈຳລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ອອກສົ່ງຄະນະ.

ການຢ້ຽມຢາມ ລັດຖະກິດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຂອງ ສະຫາຍ ທອງລຸນ ສີສຸລິດ, ພ້ອມພັນລະຍາ ແລະ ຄະນະໃນຄັ້ງນີ້, ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

(ຂ່າວ-ພາບ:ສຳນານ)




