
ໃນວັນທີ 19 ມັງກອນ 2026, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ ໄດ້ມອບເງິນຈໍານວນ 9,999,999,999 ກີບ (ເກົ້າຕື້ເກົ້າຮ້ອຍເກົ້າສິບເກົ້າລ້ານເກົ້າແສນເກົ້າສິບເກົ້າພັນເກົ້າຮ້ອຍເກົ້າສິບເກົ້າກີບ) ໃຫ້ອົງການປົກຄອງແຂວງສາລະວັນຕາງໜ້າຮັບໂດຍທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ ແລະ ໃຫ້ກຽດເປັນສັກຂີພະຍານໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຮອງລັດຖະມົນຕີ ກະຊວງ ການເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບ ທຶນດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນການສືບຕໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງ ຄົງເຊໂດນ, ແຂວງ ສາລະວັນ. ຊຶ່ງເປັນຂົວທີ່ສໍາຄັນໃນການເຊື່ອມຕໍ່ລະຫວ່າງ ເມືອງເລົາງາມ ແລະ ເມືອງຄົງເຊໂດນ ກໍຄື ແຂວງສາລະວັນ ແລະ ແຂວງ ເຊກອງ ຊຶ່ງຈະຊ່ວຍອໍານວຍຄວາມສະດວກໃນການເດີນທາງໄປ-ມາໃຫ້ແກ່ສັງຄົມ ກໍຄື ປະຊາຊົນ, ອີກທັງ ຊ່ວຍປະຢັດເວລາໃນການເດີນທາງ. ອັນສໍາຄັນ ແມ່ນຈະເປັນການຊຸກຍູ້ການສົ່ງເສີມເສດຖະກິດຂອງປະຊາຊົນໃນທ້ອງຖິ່ນອີກດ້ວຍ.




