24.4 C
Vientiane
ວັນທີ 22 January, 2026

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

Must read

ຂປລ. ພິທີ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ລະຫວ່າງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ແລະ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ ເລຂາຄະນະບໍລິຫານງານພັກ ແຂວງອັດຕະປື ຜູ້ໃໝ່ ຈັດຂຶ້ນໃນວັນທີ 22 ມັງກອນ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ​ມົນ​ຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພາກ​ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ວິສຸກ ພົມພິ​ທັກ ຮອງຫົວໜ້າຄະນະຈັດຕັ້ງສູນ​ກາງພັກ ໄດ້ຜ່ານບັນດານິຕິກໍາຕ່າງໆ ເປັນຕົ້ນ ຄຳສັ່ງຂອງກົມການເມືອງສູນກາງພັກ, ສະບັບເລກທີ 05/ກມ​ສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍ ສະຫາຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນ​ກາງພັກ, ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນຄວາມສະຫງົບ, ຜ່ານມິຕິກົມການເມືອງສູນກາງພັກ, ສະບັບເລກທີ 14/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງອັດ​ຕະປື ໂດຍແຕ່ງຕັ້ງ ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເປັນເລຂາພັກແຂວງອັດຕະປື ຜູ້ໃໝ່.

ໃນພິທີຍັງໄດ້ຜ່ານ ດໍາລັດຂອງນາ​ຍົກລັດຖະມົນຕີ ສະບັບເລກທີ 821/ນຍ ລົງວັນທີ 23 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ທະນູໄຊ ບັນຊາລິດ ເປັນປະທານຄະນະກໍາມະການປົກຄອງແຂວງອັດຕະປື, ຜ່ານຂໍ້ຕົກລົງ ຄະນະກໍາ​ມະການປົກຄອງແຂວງ ສະບັບເລກທີ 30/ປຄປຂ ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ທ່ານ ສຸລິວົງ ອະໄພວົງ ແລະ ທ່ານ ສີໄລ ສີສະແຫວງສຸກ ທັງສອງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງອັດຕະປື.

ໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ບັນດາສະຫາຍການນຳທຸກຂັ້ນຂອງແຂວງອັດຕະປື ເປັນເອກະພາບນຳຂັ້ນເທິງ ຕໍ່ກັບການສັບປ່ຽນພະນັກງານການນຳຂັ້ນສູງຂອງແຂວງ ກໍຄືຂອງພັກ, ສືບຕໍ່ປົກປັກຮັກສາ ແລະ ເສີມສ້າງຄວາມສາມັກຄີພາຍໃນພັກ, ເອົາໃຈໃສ່ນໍາພາ-ຊີ້ນໍາວຽກພັກ-ພະນັກງານໃຫ້ດີ, ເພີ່ມທະວີວຽກງານກວດກາໃຫ້ເຂັ້ມແຂງ ແລະ ແກ້ໄຂຜົນການກວດກາ, ຕ້ານການເສື່ອມຄຸນປ່ຽນທາດ, ຕ້ານການສໍ້ລາດບັງຫລວງຂອງພະນັກງານໃຫ້ເຂັ້ມງວດ ໄປພ້ອມກັບການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອັດຕະປື ສະໄໝປັດຈຸບັນ ແລະ ແຜນພັດທະນາເສດຖະ​ກິດ​-ສັງຄົມຂອງແຂວງ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດບົນຈິດ​ໃຈສືບຕໍ່ສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາໄພເງິນເຟີ້, ຄ່າຄອງຊີບສູງ, ການເໜັງຕີງແຮງຂອງອັດຕາແລກປ່ຽນ ທີ່ສົ່ງຜົນກະທົບເຖິງແນວຄິດ, ຈິດ​ໃຈ ແລະ ຊີວິດການເປັນຢູ່ຂອງສະ​ມາຊິກພັກ, ພະນັກງານ-ລັດຖະກອນ​, ທະຫານ-ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະ ບຸກທະລຸການສ້າງເສັ້ນທາງເຊື່ອມຈອດພາຍ​ໃນແຂວງ, ຕ່າງແຂວງ, ຕ່າງປະເທດໃຫ້ສະດວກສະບາຍ, ບຸກທະລຸການແກ້ໄຂຄວາມທຸກຍາກຂອງປະຊາ​ຊົນບັນດາເຜົ່າ ແລະ ພັດທະນາແຫລ່ງທ່ອງທ່ຽວພາຍໃນແຂວງໃຫ້ສໍາເລັດຕາມແຜນການ, ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນ ສຸມໃສ່ຊຸກຍູ້ສົ່ງເສີມຂະ​ບວນການຜະລິດເປັນສິນຄ້າ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ, ກວ້າງຂວາງ ແລະ ມີຄຸນນະພາບສູງ​ຂຶ້ນ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກຫລາຍຂຶ້ນຕື່ມ, ສ້າງພື້ນຖານລາຍຮັບທີ່ໝັ້ນຄົງ ແລະ ຍາວນານຂອງແຂວງ ໂດຍຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາ​ຊົນ, ຊຸກຍູ້ສົ່ງເສີມການຜະລິດ ທີ່ເປັນໜໍ່ແໜງໃໝ່ຂອງປະຊາຊົນ ໃຫ້ເປັນຂະບວນການກວ້າງຂວາງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ​ຊົນນັບມື້ດີຂຶ້ນ, ອັນສໍາຄັນແມ່ນຕ້ອງ​ຊຸກຍູ້ໃຫ້ປະຊາຊົນ ເປັນເຈົ້າຕົນເອງໃນການພັດທະນາຊີວິດການເປັນຢູ່ ແລະ ຍົກລະດັບແບບແຜນດໍາລົງຊີວິດທີ່ກ້າວໜ້າກວ່າເກົ່າ ເພື່ອເຮັດໃຫ້ຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ, ເອົາໃຈໃສ່ເພີ່ມທະວີ ແລະ ຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສືບຕໍ່ເອົາໃຈໃສ່ຊີ້​ນຳວຽກງານປ້ອງກັນຊາດ-ປ້ອງ​ກັນຄວາມສະຫງົບ ໃຫ້ມີຄວາມສະຫງົບປອດໄພ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ໜັກແໜ້ນ ຕາມທິດກະທັດຮັດ, ມີປະສິດ​ທິ​ພາບ ຕິດພັນກັບການກະກຽມດຳ​ເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະ​ຊາຊົນແຂວງ ຊຸດທີ V. ພ້ອມນີ້, ຕ້ອງຖືສໍາຄັນໃນການເລືອກເຟັ້ນເອົາພະນັກ​ງານຜູ້ທີ່ດີ ເພື່ອຫັນລົງກໍ່ສ້າງຮາກ​ຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແກ້​ໄຂຄວາມທຸກຍາກ ແລະ ການປະ​ຕິບັດວຽກງານ 3 ສ້າງ, ນໍາພາຊຸກຍູ້ຂະ​ບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ດີຂຶ້ນເທື່ອລະກ້າວ.

ຂ່າວ: ວ.ຫລວງອາໄພ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article