
ສປປ ລາວ ແລະ ສາທາລະນະລັດ ອິນເດຍ ຮ່ວມມືຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດຂອງວິທະຍາໄລສິລະປະແຫ່ງຊາດ.
ໂຄງການດັ່ງກ່າວ ແມ່ນເນັ້ນໃສ່ການຊ່ວຍເຫຼືອເຄື່ອງນຸ່ງໃໝ່ໃຫ້ແກ່ນັກສະແດງ, ນັກດົນຕີ ແລະ ອຸປະກອນການສະແດງຕ່າງໆ ມູນຄ່າ ຈຳນວນ 42,960 ໂດລາສະຫະລັດ ເຊິ່ງໄລຍະຂອງໂຄງການ ແມ່ນ 7 ເດືອນ ພາຍໃນປີ 2026. ໂຄງການນີ້ ບໍ່ພຽງແຕ່ເປັນການຍົກລະດັບຄວາມເຂັ້ມແຂງໃຫ້ແກ່ຄູ-ອາຈານ ແລະ ນັກຮຽນສິລະປະເທົ່ານັ້ນ, ແຕ່ຍັງເປັນການປົກປັກຮັກສາມໍຣະດົກວັດທະນະທຳທີ່ມີຮາກເຫງົ້າຮ່ວມກັນມາແຕ່ບູຮານນະການ, ສ້າງລະບົບການຄຸ້ມຄອງ ແລະ ສືບທອດສິລະປະອັນລ້ຳຄ່ານີ້ໃຫ້ຍືນຍົງ.
ພິທີລົງນາມເອກະສານວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 19 ມັງກອນ 2026 ທີ່ຜ່ານມານີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລະຫວາ່ງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ປະຈຸບັນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ໂດຍສະເພາະໄດ້ກຳນົດທິດທາງນະໂຍບາຍ ເພື່ອການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳໃຫ້ມີລັກສະນະຊາດ, ມະຫາຊົນ, ກ້າວໜ້າ ແລະ ມີຄວາມທັນສະໄໝ.




