ເກີດເຫດໃຊ້ປຶນຍິງກັນເສຍຊີວິດຄາທີ່ 3 ຄົນ ໃນມື້ວານນີ້ ຢູ່ບ້ານຫ້ວຍຊອດ ເມືອງປະທຸມພອນ ແຂວງຈໍາປາສັກ.

ຜູ້ເສຍຊີວິດດັ່ງກ່າວເປັນເພດຍິງ 2 ຄົນ ອາຍຸ 63 ປີ ແລະ ອາຍຸ 35 ປີ ແລະ 1 ຄົນເປັນເພດຊາຍ ອາຍຸ 35 ປີ ຊຶ່ງເປັນຜູ້ກໍ່ເຫດ ແລະ ໄດ້ໃຊ້ປືນຍິງຕົວເອງເສຍຊີວິດໃນເວລາຕໍ່ມາ.

ສຳລັບສາເຫດດັ່ງກ່າວຍັງຢູ່ໃນ ຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ກ່ຽວຂ້ອງ.

ທີ່ມາ: ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ສາຂາແຂວງຈຳປາສັກ




