24.4 C
Vientiane
ວັນທີ 22 January, 2026

ເຈົ້າໜ້າທີ່ປ່າໄມ້ ຍຶດສິ້ນສ່ວນສັດປ່າ ປະເພດຫວງຫ້າມ (ໜັງເສືອໂຄ່ງ) ທີ່ແຂວງບໍລິຄໍາໄຊ

Must read

ເພື່ອຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍສັດປ່າ ສະບັບ ເລກທີ 42/ສພຊ, ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 25/ນຍ ແລະ ສົນທິສັນຍາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES) ໃຫ້ເຂັ້ມງວດ, ເພື່ອຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ຊຶ່ງໃນໄລຍະຜ່ານມາ ພົບເຫັນ ບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີການຄ້າ-ຂາຍ ສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າ ຕາມສະຖານທີຕ່າງໆ ເຊັ່ນ: ຕະຫຼາດ, ໂຮງ ແຮມ, ຮ້ານອາຫານ, ຫ້າງຮ້ານ, ສະຖານທີ່ທ່ອງທ່ຽວ, ຕາມຖະໜົນຫົນທາງ ແລະ ອື່ນໆ. ນອກນັ້ນ ຍັງມີການໂຄສະນາ, ປະກາດ ຊື້-ຂາຍ, ສ້າງສື່ໂຄສະນາ, ວີດີໂອ, ຖ່າຍຮູບພາບ ການລ່າສັດປ່າ ປະເພດຫວງຫ້າມ ຜ່ານແພຣດຟອມສື່ອອນລາຍ (Platform Socail Media) ເຊັ່ນ: ເຟສບຸກ, ວີແຊັດ, ຢູທູບ ແລະ ຕິກຕ໋ອກ ເຫຼົ່ານີ້ເປັນຕົ້ນ ໂດຍບໍ່ຢ້ານກົວຕໍ່ກົດໝາຍ ແລະ ລະບຽບການ.

ເຈົ້າໜ້າທີ່ປ່າໄມ້ ໄດ້ຕິດຕາມ ແລະ ລໍ້ຊື້ ກັບຜູ້ຄ້າຂາຍ ຊຶ່ງນັດພົບກັນຢູ່ເຂດບ້ານໂພນຈະເລີນ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ ຊຶ່ງພົບເຫັນ ເປັນຊິ້ນສ່ວນ ຄ້າຍຄືໜັງເສືອໂຄ່ງ ຊຶ່ງຈັດຢູ່ໃນບັນຊີ ທີ່ໃກ້ຈະສູນພັນ ຂອງສົນທິສັນຍາ ວ່າດ້ວຍການຄ້າຂາຍສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ຊຶ່ງມີນໍ້າໜັກ ຈໍານວນ 5 ກິໂລກຣາມ, ວັດແທກລວງຍາວຫົວ ຫາ ກົ້ນເສືອ 250 ຊັງຕີແມັດ, ຄວາມຍາວຫົວ ຫາ ຫາງ 360 ຊັງຕີແມັດ, ຄວາມກວ້າງຊ່ວງທ້ອງ 90 ຊັງຕີແມັດ ແລະ ຄວາມກວ້າງຊວງບ່າໄຫຼ່ 0,94 ຊັງຕີແມັດ.

ໃນວັນທີ 11 ພະຈິກ 2025 ເຈົ້າໜ້າທີ່ປ່າໄມ້, ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບກອງກວດ ກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳແຂວງບໍລິຄຳໄຊ ເພື່ອກວດກາ ແລະ ຍຶດຊິ້ນສ່ວນສັດປ່າ ປະເພດຫວງຫ້າມ (ໜັງເສືອ ໂຄ່ງ) ທີ່ມີການຄ້າຂາຍຜ່ານສື່ສັງຄົມອອນລາຍ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ປ່າໄມ້ ຈຶ່ງໄດ້ນຳເອົາຊິ້ນສ່ວນດັ່ງກ່າວ ໄປພິສູດທີ່ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ຊຶ່ງເປັນໜ່ວຍງານວິທະຍາສດໄຊເຕັດ (CITES-SA) ທີ່ເຮັດໜ້າທີ່ຄົ້ນຄວ້າ ແລະ ຢັ້ງຢືນທາງດ້ານວິທະຍາສາດ ຊຶ່ງໄດ້ຮັບຜົນການຢັ້ງຢືນພິສູດວ່າ ຊິ້ນສ່ວນໜັງສັດປ່າດັ່ງກ່າວ ເປັນໜັງເສືອໂຄ່ງຂອງແທ້. ສະນັ້ນ, ເຈົ້າໜ້າທີ່ປ່າໄມ້ ຈຶ່ງໄດ້ເອົາຄຳໃຫ້ການ ເພື່ອເກັບກຳຂໍ້ມູນ ກ່ຽວກັບແຫຼ່ງທີ່ມາ, ການຄອບຄອງ ປະຫວັດການຄ້າຂາຍສັດປ່າ ແລະ ຊິ້ນສ່ວນສັດປ່າຢ່າງລະອຽດຄົບຖ້ວນ ເພື່ອດຳເນີນຄະດີຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ ຢ່າງເຂັ້ມງວດ.

ຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ຄ້າຊາວຂາຍທຸກໆຄົນ ຊ່ວຍເປັນຫູເປັນຕາ ແກ່ເຈົ້າໜ້າທີ່ປ່າໄມ້ ແລະ ເປັນເຈົ້າການຮ່ວມກັນ ໃນການຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ສັດປ່າໃຫ້ມີຄວາມຍືນຍົງ, ຫາກກໍລະນີພົບເຫັນ ມີການລ່າ, ຄ້າ-ຂາຍ, ເຄື່ອນຍ້າຍ ແລະ ຄອບຄອງ ສັດປ່າ ລວມທັງຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ປະເພດຫວງຫ້າມ (ບັນຊີ I) ໃຫ້ລາຍງານເຈົ້າໜ້າທີ່ປ່າໄມ້ ຜ່ານໂທລະສັບສາຍດ່ວນ 1601, ເວັບໄຊ້ ກົມກວດກວດກາປ່າໄມ້ ລິ້ງ: https://dofi.maf.gov.la ແລະ ເພຈເຟດບຸກ ກົມກວດກາປ່າໄມ້ ລິ້ງ: https://m.facebook.com/DOFILAOS/.

ຖ້າຫາກເຈົ້າໜ້າທີ່ ກວດກາ ພົບເຫັນ ທີ່ເປັນການລະເມີດກົດດໝາຍ ກ່ຽວກັບ ການຄ້າ-ຂາຍ, ຄອບຄອງ, ເຄື່ອນຍ້າຍ, ນຳເຂົ້າ-ສົ່ງອອກ ສັດປ່າ, ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ປະເພດຫວງຫ້າມ (ບັນຊີ I) ແລະ ຄ້າຂາຍ ຜ່ານສື່ສັງຄົມອອນລາຍ ຈະຖືກລົງໂທດ ຕາມປະມວນກົດໝາຍອາຍາ ໝວດທີ 9 ມາດຕາ 334, 335 ແລະ 337 ຊຶ່ງຈະຖືກຕັດອິດສະລະພາບ (ຕິດຄຸກ) ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

ຂ່າວໂດຍ: ເຂັມມະໄລ ສົນດາວັນ

ພາບໂດຍ: ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ເຜີຍແຜ່ໂດຍ: ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article