24.4 C
Vientiane
ວັນທີ 22 January, 2026

ສະໂມສອນ ເອສະຣາ ໄດ້ແຊ້ມເປັນສະໄໝທີສອງຕິດຕໍ່ກັນ ໃນລາຍການບານເຕະ ຊີງຂັນທ່ານນາຍົກ ລັດຖະມົນຕີ  

Must read

ການແຂ່ງຂັນບານເຕະ ຊີງຂັນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະຈໍາປີ 2025/2026 ນັດຊີງ ຊະນະເລີດ ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2026 ຜ່ານມາ, ທີ່ສະໜາມກິລາແຂວງຫຼວງພະບາງ ຊຶ່ງເປັນ ການພົບກັນ ລະຫວ່າງ ທີມສະໂມສອນບານເຕະ ກອງທັບ ກັບ ທີມສະໂມສອນບານເຕະ ເອສະຣາ ໂດຍການໃຫ້ກຽດເຂົ້າຮ່ວມຊົມ, ມອບຂັນລາງວັນຊະນະເລີດ ແລະ ປິດພິທີ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ບັນດາທ່ານ ລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ, ທ່ານປະທານສະຫະພັນບານເຕະ ແຫ່ງຊາດລາວ, ພ້ອມດ້ວຍການນໍາ ແຂວງຫຼວງພະບາງ, ແຂກຖືກເຊີນ ແລະ ມວນຊົນ ຊາວແຂວງຫຼວງພະບາງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນບານເຕະ ຊີງຂັນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງນີ້ ແມ່ນໄດ້ເລີ່ມມາແຕ່         ວັນທີ 22 ທັນວາ 2025 ໂດຍມີທັງໝົດ 19 ທີມເຂົ້າຮ່ວມແຂ່ງຂັນ, ໃນນັ້ນ ທີມຈາກລາວລີກ 1 ມີ 9 ທີມ ຄື: ສະໂມສອນບານເຕະ ກອງທັບ, ສະໂມສອນບານເຕະ ມັດສະດ້າ ຈີບີ, ສະໂມສອນບານເຕະ ເອສະຣາ, ສະໂມສອນບານເຕະ ຊ້າງນ້ອຍ, ສະໂມສອນບານເຕະ ຫຼວງພະບາງ ຟຟລ, ສະໂມສອນບານເຕະ ບີໄອເອັສ ມາດສເຕີ້, ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ ແລະ ສະໂມສອນບານເຕະ ສະຫວັນນະເຂດ ແລະ ທີມຈາກລາວລີກ 2 ປະກອບມີ 10 ທີມ ຄື: ສະໂມສອນບານເຕະ ປກສ ແຂວງບໍ່ແກ້ວ, ສະໂມສອນບານເຕະ ທະຫານແຂວງສະຫວັນນະເຂດ, ສະໂມສອນບານເຕະ ປກສ ແຂວງເຊກອງ, ສະໂມສອນບານເຕະ ໂຮງງານອາລູຊິງ ແຂວງຊຽງຂວາງ, ສະໂມສອນບານເຕະ ສຸລິຍະວົງ ແຂວງຈຳປາສັກ, ສະໂມສອນບານເຕະ ປກສ ແຂວງສາລະວັນ, ສະໂມສອນບານເຕະເອກະລັກ ແຂວງບໍ່ແກ້ວ, ສະໂມສອນບານເຕະຮັກແພງ ແຂວງສາລະວັນ, ສະໂມສອນບານເຕະ ພີເອັມ ແຂວງເຊກອງ ແລະ ສະໂມສອນບານເຕະ ໂຮງຫຼໍ່ການໄຊ ແຂວງຈຳປາສັກ.

ການແຂ່ງຂັນຄູ່ຊີງຊະນະເລີດ ແມ່ນດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ຊຶ່ງຜົນການແຂ່ງຂັນປະກົດ ວ່າ ທີມສະໂມສອນບານເຕະ ເອສະຣາ ສາມາດເອົາຊະນະ ທີມສະໂມສອນບານເຕະ ກອງທັບ ດ້ວຍປະຕູ 4-1 ຖືເປັນການໄດ້ແຊັມລາຍການນີ້ ເປັນສະໄໝທີສອງຕິດຕໍ່ກັນ ຊຶ່ງທີມເອສະຣາ ທີ່ໄດ້ແຊັມຄັ້ງນີ້ ແມ່ນໄດ້ຮັບຂັນຊະນະເລີດ, ຫຼຽນ ແລະ ເງິນລາງວັນ 300 ລ້ານກີບ ມອບຂັນລາງວັນໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ໃນຂະນະທີ່ຮອງແຊັ້ມ ຂອງທີມສະໂມສອນບານເຕະ ກອງທັບ ໄດ້ຮັບຫຼຽນ ແລະ ເງິນລາງວັນ 100 ລ້ານກີບ.

ສະເພາະລາງວັນບຸກຄົນ: ຄູຝຶກດີເດັ່ນ ແມ່ນທ່ານ ບຽງຊູນາ ຄູຝຶກສະໂມສອນບານເຕະ ເອສະຣາ; ນັກກິລາຍິງປະຕູສູງສຸດແມ່ນ ປີເຕີ້ ພັນທະວົງ ຈາກສະໂມສອນບານເຕະ ເອສະຣາ ລົງສະໜາມ 5 ນັດ ຍິງໄດ້ 6 ປະຕູ; ຜູ້ຮັກສາປະຕູດີເດັ່ນແມ່ນ ກົບ ໂລກພະທິບ ຈາກສະໂມສອນບານເຕະ ເອສະຣາ ລົງສະໜາມ 5 ນັດ ເສຍ 2 ປະຕູ; ແລະ ນັກກິລາດີເດັ່ນໃນລາຍການນີ້ແມ່ນ ປີເຕີ້ ພັນທະວົງ ຈາກສະໂມສອນບານເຕະ ເອສະຣາ.

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article