
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນ 2026, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການຮອງຮັບແຜນພັດທະນາ ລົດໄຟຈາກນະຄອນຫຼວງວຽງຈັນຫາ ແຂວງຈໍາປາສັກ ພວກເຮົາໄດ້ກຳນົດເຂດເມືອງຊະນະສົມບູນ ເປັນເມືອງທີ່ຈະຮອງຮັບການພັດທະນາ ເສັ້ນທາງລົດໄຟ ພວກເຮົາໄດ້ຂຽນແຜນ ແລະ ບັນຈຸເປັນການຮຽກການລົງທຶນຂອງແຂວງຈໍາປາສັກ ໂດຍສະເພາະແມ່ນ ເປັນຈຸດສະຖານີ ແລະ ສ້າງສະຖານີປ່ຽນຖ່າຍສິນຄ້າ ເພື່ອຮອງຮັບ ເສີມທ່າແຮງເສດຖະກິດພາກໃຕ້ ກໍານົດເມືອງຊະນະສົມບູນ ພວກເຮົາ ໄດ້ສະຫງວນເນື້ອທີ່ເປັນຈຸດກໍ່ສ້າງຄ່ຽນຖ່າຍສິນຄ້າ ຫຼາຍກວ່າ 100 ເຮັກຕາ.
ທ່ານກ່າວວ່າ: ເມືອງຊະນະສົມບູນ ຖືເປັນເມືອງດ້ານໜ້າຂອງແຂວງຈຳປາສັກ ແລະ ມີຊາຍແດນຕິດກັບແຂວງສາລະວັນ ເຊິ່ງເປັນທຳເລທີ່ມີຄວາມເໝາະສົມທາງດ້ານພູມສາດ ແລະ ການເຊື່ອມໂຍງເສັ້ນທາງຄົມມະນາຄົມ.
ປັດຈຸບັນ ແຂວງຈຳປາສັກມີທ່າແຮງສູງດ້ານການຜະລິດກະສິກຳ ແລະ ການແປຮູບຜະລິດຕະພັນ ແຕ່ຍັງປະສົບຂໍ້ຈຳກັດໃນດ້ານການຂົນສົ່ງ. ການສ້າງສະຖານີປ່ຽນຖ່າຍສິນຄ້າ ແລະ ເສັ້ນທາງລົດໄຟ ຈະຊ່ວຍຮອງຮັບການຂົນສົ່ງສິນຄ້າຂອງແຂວງ ໄປສູ່ຕ່າງແຂວງ ແລະ ຕ່າງປະເທດໄດ້ຢ່າງສະດວກສະບາຍຫຼາຍຂຶ້ນ.
ນອກຈາກຜົນປະໂຫຍດດ້ານການຂົນສົ່ງສິນຄ້າແລ້ວ ເສັ້ນທາງລົດໄຟຍັງຈະຊ່ວຍສົ່ງເສີມການເດີນທາງຂອງປະຊາຊົນ ແລະ ການທ່ອງທ່ຽວ. ໃນໄລຍະຜ່ານມາ ເຫັນວ່າຈຳນວນນັກທ່ອງທ່ຽວທີ່ນຳໃຊ້ລົດໄຟມີແນວໂນ້ມເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຫາກເສັ້ນທາງລົດໄຟນະຄອນຫຼວງ–ພາກໃຕ້ ສຳເລັດ ຈະເຮັດໃຫ້ບັນຍາກາດການທ່ອງທ່ຽວໃນແຂວງຈຳປາສັກຄືກຄື້ນຫຼາຍຂຶ້ນ.
ໂດຍລວມ ໂຄງການນີ້ຖືເປັນກ້າວສຳຄັນໃນການພັດທະນາໂຄງສ້າງພື້ນຖານ, ການຍົກລະດັບການຜະລິດ, ການຄ້າ ແລະ ການທ່ອງທ່ຽວ ເຊິ່ງຈະຊ່ວຍຂັບເຄື່ອນເສດຖະກິດລວມຂອງແຂວງຈຳປາສັກ ແລະ ພາກໃຕ້ໃຫ້ເຕີບໂຕຢ່າງຍືນຍົງ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່




