ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໄດ້ທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າ (ສິນຄ້າລອກຮຽນແບບ) ແປ້ງນົວຍີຫໍ້ ອາຍີໂນະໂມະໂຕະ (AJINOMOTO) ເມື່ອມໍ່ໆມານີ້ ລວມມີ 169 ຖົງ ມີ 3 ຂະໜາດ ໃນນີ້, ມີຂະໜາດ 250 ກຣາມ ຈໍານວນ 68 ຖົງ, ຂະໜາດ 500 ກຣາມ ຈໍານວນ 55 ຖົງ, ຂະໜາດ 1.000 ກຣາມ, ຈໍານວນ 46 ຖົງ, ແປ້ງນົວລອກລຽນແບບນີ້ ເມື່ອບໍລິໂພກອາດເປັນອັນຕະລາຍຕໍ່ສຸຂະພາບ.

ແປ້ງນົວດັ່ງກ່າວ, ເຈົ້າໜ້າທີ່ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ-ຂັ້ນແຂວງ ສົມທົບກັນລົງກວດກາ ແລະ ຢຶດອາຍັດໄວ້ໄດ້ຢູ່ ເມືອງໄຊ ຈໍານວນ 2 ຮ້ານ ແລະ ເມືອງແບງ ຈໍານວນ 1 ຮ້ານ.

ຈຸດປະສົງໃນການທຳລາຍສິນຄ້າໃນຄັ້ງນີ້ ເພື່ອເປັນການປົກປ້ອງສິດຂອງເຈົ້າຂອງເຄື່ອງໝາຍການຄ້າ ໂດຍສະເພາະ ເຈົ້າຂອງບໍລິສັດ ອາຍີໂນະໂມະໂຕະ (ບໍລິສັດ ທີລລິກີ ແອນ ກີບບິນ ລາວຈຳກັດ) ທີ່ໄດ້ຈົດທະບຽນເຄື່ອງໝາຍການຄ້າຢ່າງຖືກຕ້ອງຢູ່ ສປປ ລາວ ແລະ ເພື່ອເປັນການປົກປ້ອງສິດຂອງຜູ້ບໍລິໂພກ ພາຍໃນແຂວງອຸດົມໄຊ ໃຫ້ມີຄວາມປອດໄພ.



