17 C
Vientiane
ວັນທີ 12 January, 2026

ໃນປີ 2025 ອັດຕະປື ມີຜູ້ເສຍຊິວິດ 26 ຄົນ ຍ້ອນອຸບັດເຫດຕາມທ້ອງຖະໜົນ

Must read

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນປີ 2025 ທົ່ວແຂວງອັດຕະປື ມີອຸບັດເຫດເກີດຂຶ້ນຕາມທ້ອງຖະໜົນ 459 ລາຍ, ທຽບໃສ່ປີ 2024 ເພີ່ມຂຶ້ນ 81 ລາຍ, ມີຜູ້ເສຍຊີວິດ 26 ຄົນ ຍິງ 4 ຄົນ, ຖ້າທຽບໃສ່ປີ 2024 ຈໍານວນຜູ້ເສຍຊີວິດຫລຸດລົງ 13 ຄົນ, ລວມມູນຄ່າເສຍຫາຍຈາກການເກີດອຸບັດເຫດ 3,7 ຕື້ກວ່າກີບ.

ທ່ານ ຮ້ອຍເອກ ອະທິສັກ ສິມມະລາດ ຮອງຫົວໝ້າພະແນກຈະລາຈອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ໃຫ້ສໍາພາດ ໃນວັນທີ 30 ທັນວາ 2025 ນີ້ວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດຕາມທ້ອງທະໜົນ ພາຍໃນແຂວງອັດຕະປື ຍ້ອນຜູ້ຂັບຂີ່ຍັງຖືເບົາ ໃນການປະຕິບັດກົດລະບຽບການສັນຈອນ ເປັນຕົ້ນ ດື່ມສິ່ງມຶນເມົາແລ້ວຂັບຂີ່ ສູງເຖິງ 147 ລາຍ, ຮອງມາແມ່ນຂັບຂີ່ໄວເກີນກຳນົດມີ 124 ລາຍ, ບໍ່ປ່ອຍສິດທາງນ້ອຍ ບໍ່ໃຫ້ກຽດທາງໃຫຍ່ ມີ 106 ລາຍ, ລ່ວງປ້າຍ 88 ລາຍ, ປ່ຽນທິດທາງ 53 ລາຍ ແລະ ອື່ນໆ. ຈຸດທີ່ມັກເກີດອຸບັດເຫດຫລາຍກວ່າໝູ່ແມ່ນເຂດຊຸມຊົນ ເທສະບານເມືອງ, ແຂວງ, ບັນດາ 3 ແຍກ, 4 ແຍກ. ໃນຂະນະດຽວກັນ ຕະຫລອດໄລຍະ 1 ປີຜ່ານມາ ທາງພະແນກຈະລາຈອນ ປກສ ແຂວງ ແລະ ເມືອງ ກໍໄດ້ເຄື່ອນໄຫວວຽກງານວິຊາສະເພາະ ໂດຍໄດ້ລົງເຄື່ອນໄຫວໂຄສະນາຕາມເທສະບານແຂວງ ແລະ ເມືອງ, ນຳໃຊ້ລົດສະຫລາມໂຄສະນາຕາມເສັ້ນທາງຂອບເຂດທາງ 3 ແຍກ, 4 ແຍກ, ເຂດແອອັດຊຸມຊົນ, ຕະຫລາດ. ນອກນັ້ນ, ຍັງໄດ້ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ ລົງເຄື່ອນໄຫວໂຄສະນາຕາມໂຮງຮຽນໃນຂອບເຂດທົ່ວແຂວງ, ພ້ອມທັງໄດ້ຕັ້ງຈຸດກວດກາບັງຄັບໃຊ້ກົດໝາຍຕາມເສັ້ນທາງຫລວງແຫ່ງຊາດ, ກວດທາດເຫລົ້າ, ຈັບຄວາມໄວ ແລະ ສຶກສາອົບຮົມຜູ້ຂັບຂີ່ທີ່ລ່ວງລະເມີດລະບຽບການສັນຈອນ ເພື່ອເຮັດໃຫ້ສະພາບການເກີດອຸບັດເຫດຫລຸດລົງ.

ທ່ານ ຮ້ອຍເອກ ອະທິສັກ ສິມມະລາດ ໃຫ້ຮູ້ຕື່ມວ່າ: ໃນປີ 2026 ນີ້, ເພື່ອເຮັດໃຫ້ສະພາບອຸບັດເຫດຫລຸດຜ່ອນລົງ ທາງພະແນກຈະລາຈອນ ປກສ ແຂວງ ຈະໄດ້ລົງສືບຕໍ່ເຄື່ອນໄຫວວຽກງານວິຊາສະເພາະ ໂດຍຈະໄດ້ລົງເຄື່ອນໄຫວສືບຕໍ່ໂຄສະນາກົດລະບຽບ ການສັນຈອນຕາມທ້ອງຖະໜົນຫລວງ, ສໍານັກງານອົງການ, ບ້ານ ແລະ ໂຮງຮຽນ, ກວດກາບັງຄັບໃຊ້ກົດໝາຍ, ຈັບຄວາມໄວ, ກວດທາດເຫລົ້າ ແລະ ສຶກສາອົບຮົມຜູ້ຂັບຂີ່ທີ່ລະເມີດກົດລະບຽບການສັນຈອນ, ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງ ກ່ຽວກັບບັນດາປ້າຍ, ປ້າຍເຕືອນ, ປ້າຍຫ້າມ, ປ້າຍບອກສິດ ແລະ ດອກໄຟເຍືອງທາງ ທີ່ມີການເປ່ເພ ແລະ ບໍ່ທັນພຽງພໍຕາມເສັ້ນທາງຈຸດ 3 ແຍກ, 4 ແຍກ ທີ່ມີຄວາມສ່ຽງທີ່ພາໃຫ້ເກີດອຸບັດເຫດ.

ພ້ອມນີ້, ຮຽກຮ້ອງເຖິງນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ ໂດຍສະເພາະ ຖ້າດື່ມສິ່ງມຶນເມົາແລ້ວຫ້າມຂັບຂີ່ຍານພະຫະນະທຸກປະເພດ, ເວລາຂັບຂີ່ຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນ, ໝັ່ນກວດເຊັກສະພາບເຕັກນິກລົດ ໃຫ້ຢູ່ໃນສະພາບພ້ອມໃຊ້ງານ ທັງນີ້ກໍເພື່ອຫລີກລ້ຽງການສູນເສຍທາງດ້ານຊີວິດ ແລະ ຊັບສິນຈາກການເກີດອຸບັດເຫດຕາມທ້ອງຖະໜົນ.

ຂ່າວ: ວັດທະນາ

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article