17 C
Vientiane
ວັນທີ 12 January, 2026

ໂຮງງານຜະລິດຫີນກໍ່ສ້າງ ບໍລິສັດ PNP ຄົບວົງຈອນ ເປີດໃຫ້ບໍລິການແກ່ສັງຄົມ

Must read

ພິທີເປີດໂຮງງານຜະລິດຫີນກໍ່ສ້າງ ຂອງບໍລິສັດ ເພີນນະພາ PNP ຄົບວົງຈອນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 27 ທັນວາຜ່ານມານີ້, ທີ່ບ້ານນໍ້າດິກ ເມືອງຫີນບູນ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ເລຂາພັກແຂວງຄຳມ່ວນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ເພີນນະພາ ໄຊຊະນະ ປະທານບໍລິສັດ ກ່າວວ່າ: ສຳລັບສະຖານທີ່ແຫ່ງນີ້ ຜ່ານມາ ແມ່ນອອກຊື່ ບໍລິສັດຫົງຄໍາ ຈຳກັດ, ຖືກສ້າງຕັ້ງຂຶ້ນ ໃນວັນທີ 28 ກໍລະກົດ 2023, ໂດຍມີທຶນຈົດທະບຽນ 23,100,000,000 ກີບ, ຕັ້ງຢູ່ບ້ານນໍ້າດິກ ເມືອງທ່າແຂກ ແຕ່ເນື່ອງຈາກວ່າ ໄດ້ມີການປ່ຽນຜູ້ຖືຮຸ້ນ, ປ່ຽນຜູ້ອໍານວຍການໃໝ່ ແລະ ແຍກກິດຈະການອອກຈາກການສໍາປະທານ, ຈຶ່ງໄດ້ມີການປ່ຽນຊື່ວິສາຫະກິດ ມາເປັນ ບໍລິສັດ ເພີນນະພາ ບໍ່ແຮ່ ຈຳກັດຜູ້ດຽວ. ນອກຈາກກິດຈະການດ້ານໂຮງໂມ້ຜະລິດຫີນກໍ່ສ້າງແລ້ວ, ຍັງມີບໍລິສັດ PNP ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ, ຊຶ່ງຖືກສ້າງຕັ້ງຂຶ້ນ ໃນວັນທີ 5 ທັນວາ 2024 ຕັ້ງຢູ່ບ້ານໂພນສະໜາມ ເມືອງທ່າແຂກ ແຂວງຄໍາມ່ວນ. ປະຈຸບັນ, ໄດ້ຈັດຕັ້ງປະຕິບັດໃນຫຼາຍໂຄງການ ຢູ່ຫຼາຍແຂວງ ໂດຍສະເພາະ ແຂວງຄໍາມ່ວນ ແມ່ນໂຄງການຕິດພັນກັບຊົນລະປະທານ, ການກໍ່ສ້າງທາງ-ກັນເຈື່ອນ, ວຽກງານເຄຫາສະຖານ, ການສໍາຫຼວດ ແລະ ອອກແບບໃນຂົງເຂດຕ່າງໆ.

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນ ໂດຍເນັ້ນໃຫ້ມີລິສັດ ໄດ້ດຳເນີນກິດຈະການດ້ວຍຄວມຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງປະຕິບັດພັນທະຕ່າງໆໃຫ້ພັກ-ລັດ ຕາມລະບຽບກົດ ໝາຍທີ່ໄດ້ກຳນົດໄວ້. ສະເໜີໃຫ້ບໍລະສັດເອົາໃຈໃສ່ໃນການຄຸ້ມຄອງທາງດ້ານສິ່ງແວດລ້ອມ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ພໍ່ແມ່ປະຊາຊົນ, ເອົາໃຈໃສ່ປະກອບສ່ວນເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ ທັງທາງກົງ ແລະ ທາງອ້ອມ ຈາກການດຳເນີນກິດຈະການ ບໍ່ວ່າຈະເປັນການສ້າງວຽກເຮັດງານທຳ ກໍຄືການພັດທະນາພື້ນຖານໂຄງລ່າງຕ່າງໆໃນເຂດດັ່ງກ່າວ.

(ຂ່າວ-ພາບ: ກອງຄໍາ)

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article