ໃນວັນທີ 25 ທັນວາຜ່ານມານີ້, ຄະນະກຳມະການອະໄພຍະໂທດ ແຂວງໄຊສົມບູນ ໄດ້ຈັດພິທີປະກາດການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ 2025 ຄົບຮອບ 50 ປີ ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງ (ຜາແດງ) ໂດຍການເປັນປະທານຂອງ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ ປະທານຄະນະກຳມະການອະໄພຍະໂທດ ແຂວງ.

ທ່ານ ຈຸນດາ ຄຳບຸນມີ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2025, ຊຶ່ງພາຍຫຼັງທີ່ຄະນະກຳມະການອະໄພຍະໂທດແຂວງ ໄດ້ຊີ້ນຳ ແລະ ມອບວຽກ ກອງເລຂາກໍໄດ້ຄົ້ນຄ້ວາ, ຄັດເລືອກສັງລວມເອົາລາຍຊື່ນັກໂທດຜູ້ທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2025 ໂດຍໄດ້ປຶກສາຫາລືກຳນົດແຜນການ, ວິທີເຮັດວຽກຕາມລັດຖະບັນຍັດຂອງປະທານປະເທດ ແລະ ຄຳແນະນຳຂອງປະທານຄະນະກຳມະການອະໄພຍະໂທດລະດັບຊາດ. ໃນນັ້ນ, ນັກໂທດທີ່ຄະນະກຳມະການອະໄພຍະໂທດ ແຂວງໄຊສົມບູນ ໄດ້ສະເໜີອະໄພຍະໂທດຫຼຸດຜ່ອນໂທດ ມີທັງໝົດຈໍານວນ 41 ຄົນ ຍິງ 7 ຄົນ ໄດ້ຮັບການອະໄພຍະໂທດ ແລະ ຫຼຸດຜ່ອນໂທດ ຈໍານວນ 41 ຄົນ ຍິງ 7 ຄົນ. ໃນນີ້, ນັກໂທດທີອະໄພຍະໂທດປ່ອຍຕົວ ມີ 18 ຄົນ ຍິງ 4 ຄົນ.

(ຂ່າວ: ຄຳໝັ້ນ ພຽງພິລາ)




