24 C
Vientiane
ວັນທີ 12 January, 2026

ເສຍຊີວິດ 782 ຄົນຈາກອຸບັດເຫດໃນໄລຍະ 11 ເດືອນຂອງປີ 2025

Must read

ໃນໄລຍະເດືອນມັງກອນ ຫາເດືອນພະຈິກ 2025 (11 ເດືອນ) ທົ່ວປະເທດມີຜູ້ເສຍຊີວິດເຖິງ 782 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນທັງໝົດ 5,740 ລາຍ, ມີພາຫະນະເສຍຫາຍ 10,229 ຄັນ ແລະ ມີຜູ້ບາດເຈັບ 8,873 ຄົນ.

ສະເພາະໄລຍະປີໃໝ່ສາກົນ 2025 ເປັນພຽງໄລຍະສັ້ນໆ ມີອຸບັດເຫດ 170 ລາຍ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ. ສາເຫດຫຼັກໆ ຍັງເປັນພຶດຕິກໍາສ່ຽງຊໍ້າເກົ່າເຊັ່ນ: ຂັບຂີ່ໄວເກີນກຳນົດ, ບໍ່ປ່ອຍສິດກັນໃນການສັນຈອນ, ດື່ມສິ່ງມືນເມົາແລ້ວຂັບຂີ່.

ເພື່ອຫຼຸດຜ່ອນການສູນເສຍ ກົມຕໍາຫຼວດຈະລາຈອນໄດ້ຈັດຕັ້ງກໍາລັງລົງກວດກາຢ່າງເຂັ້ມງວດໃນເສັ້ນທາງຫຼັກ ແລະ ຈຸດສ່ຽງ 4 ຈຸດສໍາຄັນເຊັ່ນ: ທາງດ່ວນຈຸດສີເກີດ ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້ ເມືອງທ່າພະບາດ ພ້ອມທັງຊີ້ນໍາໃຫ້ຕໍາຫຼວດທົ່ວປະເທດ ເພີ່ມຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍ.

ທີ່ມາ: ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ 

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article