ໃນຄືນຂອງ ວັນທີ 26 ທັນວາ 2025, ໄດ້ມີຮັບແຈ້ງເຫດການໄຟຟ້າດັບ ແລະ ຮັບແຈ້ງມີການລັກອຸປະກອນໄຟຟ້າ ຢູ່ບໍລິເວນ ບ້ານແສນອຸດົມ ເມືອງໄຊທານີ

ຜ່ານການລົງກວດກາ ເຈົ້າໜ້າທີ່ກວດພົບເຫັນວ່າ ມີກຸ່ມຄົນບໍ່ດີລັກມ້າງ ແລະ ເອົາອຸປະກອນປະກອບໝໍ້ແປງໄຟຟ້າ ເຊິ່ງເປັນສາເຫດຫຼັກທີ່ເຮັດໃຫ້ລະບົບໄຟຟ້າຂັດຂ້ອງ ແລະ ໄຟມອດເປັນບໍລິເວນກວ້າງ.

ການລັກຊັບຂອງລັດ ໂດຍສະເພາະອຸປະກອນໄຟຟ້າ ບໍ່ພຽງແຕ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ແຕ່ຍັງສ້າງຄວາມອັນຕະລາຍຕໍ່ຊີວິດ ແລະ ສ້າງຄວາມລຳບາກໃຫ້ແກ່ສັງຄົມ.

ປະຈຸບັນ, ພາກສ່ວນທີ່ກ່ຽວຂ້ອງກຳລັງເລັ່ງດຳເນີນການສ້ອມແປງຢ່າງຮີບດ່ວນ ເພື່ອໃຫ້ປະຊາຊົນມີໄຟຟ້າໃຊ້ຄືນໃໝ່ ແລະ ໄດ້ປະສານຫາກຳລັງປ້ອງກັນຄວາມສະຫງົບ ເພື່ອຕິດຕາມຕົວຜູ້ກະທຳຜິດມາຢັ້ງຢືນຕົວຕົນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ:EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2



