ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຜົ້ງສາລີ ພົບປະແລກປ່ຽນບົດຮຽນກັບຫ້ອງ ການວັດທະນະທຳ ແລະ ທ່ອງທ່ຽວນະຄອນພູເອີ ສປ ຈີນໃນວັນທີ 24 ທັນວາຜ່ານມາ ທີ່ນະຄອນພູເອີ ແຂວງ ຢຸນນານ ສປ ຈີນ, ນຳໂດຍທ່ານ ອ່ອນຄຳ ອີນແສງ ຫົວໜ້າພະແນກ ວທ ແຂວງຜົ້ງສາລີ ແລະ ທ່ານ ຊຽວ ຮວຍຈຽງ ຫົວໜ້າຫ້ອງການວັດທະນະທຳ ແລະ ທ່ອງທ່ຽວນະຄອນພູເອີ ພ້ອມດ້ວຍຄະນະຜູ້ແທນທັງຝ່າຍເຂົ້າຮ່ວມ.

ການພົບປະຄັ້ງນີ້, ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກກອງປະຊຸມຄະນະຜູ້ແທນມິດຕະພາບລະຫວ່າງແຂວງຜົ້ງສາລີແຫ່ງສປປ ລາວ ແລະ ນະຄອນພູເອີແຫ່ງ ສປ ຈີນ ຄັ້ງທີ VII ທີ່ໄດ້ລົງນາມຮ່ວມກັນໃນວັນທີ 24 ກັນຍາ 2024 ໂດຍສະເພາະຂົງເຂດວັດທະນະທຳ ແລະ ການທ່ອງທ່ຽວ. ໃນກອງປະຊຸມ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນໃນຫຼາຍປະເດັນສຳຄັນ ເປັນຕົ້ນປຶກສາຫາລືການທ່ອງທ່ຽວຂ້າມແດນ, ຄວາມເປັນໄປໄດ້ໃນການສ້າງເສັ້ນທາງທ່ອງທ່ຽວຊາບູຮານເຊື່ອມຕໍ່ລະຫວ່າງສອງທ້ອງຖິ່ນ, ການພັດທະນາເສັ້ນທາງທ່ອງທ່ຽວແຕ່ນະຄອນພູເອີ ຫາ ແຂວງຜົ້ງສາລີ; ຖອດຖອນບົດຮຽນຈາກນະຄອນພູເອີ ໃນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນຊາທ້ອງຖິ່ນ ຕິດພັນກັບການທ່ອງທ່ຽວ ເພື່ອນຳມາປັບໃຊ້ຢູ່ແຂວງຜົ້ງສາລີ; ແລກປ່ຽນບົດຮຽນປະສົບການໃນການຄຸ້ມຄອງ ແລະ ອະນຸລັກວັດທະນະທຳຊົນເຜົ່າ ເພື່ອການທ່ອງທ່ຽວແບບຍືນຍົງ.

ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນແຂວງຜົ້ງສາລີ ຍັງໄດ້ໄປທັດສະນະສຶກສາຢູ່ສະ ຖານທີ່ທ່ອງທ່ຽວສຳຄັນຕ່າງໆ ເຊັ່ນ: ເຂດຊາບູຮານຈຶ່ງມ່າຍ ເຊິ່ງຖືກຮັບຮອງເປັນມໍຣະດົກໂລກໃນປີ 2023, ຢ້ຽມຊົມຫໍວາງສະແດງຜະລິດຕະພັນຊາ ແລະ ບ້ານວັດທະນະທຳຊົນເຜົ່າ ເພື່ອສຶກສາຮູບແບບການຈັດການທ່ອງທ່ຽວຕົວຈິງ.

ການພົບປະຄັ້ງນີ້, ຖືເປັນຂີດໝາຍອັນສຳຄັນໃນການຮັດແໜ້ນຄວາມສຳພັນມິດຕະພາບ ແລະ ການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງແຂວງຜົ້ງສາລີແຫ່ງ ສປປ ລາວ ແລະ ນະຄອນພູເອີ ແຫ່ງ ສປ ຈີນໃຫ້ແໜ້ນແຟ້ນ ແລະ ເກີດຜົນປະໂຫຍດສູງສຸດໃຫ້ປະຊາຊົນທັງສອງຝ່າຍໃນອະນາຄົດ.
ຂ່າວ: ພະແນກ ວທ ແຂວງຜົ້ງສາລີ



