ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ແຂວງສາລະວັນ ໄດ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ປ່ອຍຕົວ ນັກໂທດ ຜູ້ທີ່ມີຄວາມກ້າວໜ້າ ໃນວັນທີ 17 ທັນວາ 2025 ທີ່ຄ້າຍຄຸມຂັງດັດສ້າງນາໄຊ ເມືອງສາລະວັນ, ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໂດຍການເປັນປະທານ ຂອງທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການປົກຄອງແຂວງສາລະວັນ, ມີຄະນະກຳມະການອະໄພຍະໂທດຂັ້ນແຂວງ ແລະ ນັກໂທດທີ່ໄດ້ຮັບອະໄພຍະໂທດຫລຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສົມພອນ ທະລາພອນ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ສະຫລຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດຂອງແຂວງສາລະວັນ ປະຈຳປີ 2025, ຊຶ່ງໃນໄລຍະຜ່ານມາ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມໝາຍ, ຄວາມສໍາຄັນ ແລະ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າປະຕິບັດນະໂຍບາຍດ້ານມະນຸດສະທຳ ກໍຄືການໃຫ້ອະໄພຍະໂທດແກ່ນັກໂທດ ທີ່ມີຄວາມກ້າວໜ້າ, ສາມາດດັດສ້າງຕົນເອງດ້ວຍຄວາມບຸກບືນ, ຫ້າວຫັນ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຂອງຕົນໃນໄລຍະຜ່ານມາ ແລະ ສາມາດດັດສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ. ໃນປີ 2025 ຄະນະກຳມະການອະໄພຍະໂທດລະດັບແຂວງ ສາມາດສະເໜີການໃຫ້ອະໄພຍະໂທດ ແກ່ນັກໂທດ ຈໍານວນ 40 ຄົນ ຍິງ 01 ຄົນ ໃນນັ້ນ, ສະເໜີການໃຫ້ອະໄພຍະໂທດຫລຸດຜ່ອນໂທດ 34 ຄົນ ຍິງ 01 ຄົນ, ບໍ່ໄດ້ເງື່ອນໄຂຫລຸດຜ່ອນໂທດ (ໂຈະ) 01 ຄົນ, ສະເໜີການໃຫ້ອະໄພຍະໂທດປ່ອຍຕົວ 06 ຄົນ, ບໍ່ໄດ້ເງື່ອນໄຂປ່ອຍຕົວ (ໂຈະ) 01 ຄົນ, ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຄົ້ນຄວ້າຕົກລົງ ຕາມລັດຖະດໍາລັດ ຂອງປະທານ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 304/ປປທ, ລົງວັນທີ 20 ພະຈິກ 2025 ແລະ ແຈ້ງການຂອງຄະນະກຳມະການອະໄພຍະໂທດ ລະດັບຊາດ ເລກທີ 134/ຄອຊ, ລົງວັນທີ 26 ພະຈິກ 2025 ໄດ້ຕົກລົງໃຫ້ອະໄພຍະໂທດຫລຸດຜ່ອນໂທດ ຈໍານວນ 33 ຄົນ ຍິງ 01 ຄົນ ຖ້າທຽບໃສ່ການສະເໜີແມ່ນໄດ້ 8,8% ແລະ ໄດ້ຄົ້ນຄວ້າຕົກລົງໃຫ້ອະໄພຍະໂທດປ່ອຍຕົວຈໍານວນ 05 ຄົນ, ຖ້າທຽບໃສ່ການສະເໜີແມ່ນໄດ້ 1,33%.

ຂ່າວ-ພາບ: ແກ້ວວິໄລ ດວງຄໍາ



