
ກະຊວງປ້ອງກັນຄວາມສະຫງົບ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຈະໄດ້ເລີ່ມເຮັດບັດປະຈໍາຕົວດີຈີຕອນນັບແຕ່ວັນທີ 17 ທັນວາ 2025 ນີ້ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ.
ຈຸດບໍລິການເຮັດບັດດັ່ງກ່າວມີດັ່ງນີ້: ຂັ້ນສູນກາງ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ຂັ້ນທ້ອງຖິ່ນຢູ່ກອງບັນຊາການ ປກສ ນະຄອນຫຼວງ, ຢູ່ບັນດາກອງບັນຊາການ ປກສ ແຂວງ, ຢູ່ບັນດາກອງບັນຊາການ ປກສ ເມືອງ-ນະຄອນບ່ອນທີ່ຕົນເອງໄດ້ຈົດທະບຽນສຳມະໂນຄົວ.
ສໍາລັບການປະກອບເອກະສານແມ່ນໃຫ້ກະກຽມ ປຶ້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ກັອບປີ້ພັດສະປອດ (ຖ້າມີ) ເປັນເອກະສານຢັ້ງຢືນຕົວຕົນ, ການນຸ່ງຖືແມ່ນນຸ່ງເສື້ອສຸພາບມີຄໍ (ຍົກເວັ້ນເສື້ອສີຂາວ) ເພາະຈະເຮັດໃຫ້ຮູບຖ່າຍເຂົ້າໃນບັດປະຈຳຕົວບໍ່ງາມ.
ທີ່ມາ: ກົມສື່ມວນຊົນ ປກສ



