ແຂວງອັດຕະປື ໄດ້ປະກາດເປັນແຂວງສະຫະພັນແມ່ຍິງ 3 ດີ(ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ) ເມື່ອມໍ່ໆມານີ້ ໂດຍມີ ທ່ານ ນາງ ບັນທະໄລ ແກ້ວມະນີວົງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ນາງ ຈັນເພັດ ຈັນທະມາດ ປະທານສະຫະພັນແມ່ຍິງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ກົງຕາ ໂພສາລາດ ຮອງປະທານສະຫະພັນ ແມ່ຍິງແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີ, ໃນ II ໄລຍະແຕ່ປີ 2021-2022 ແລະ ແຕ່ປີ 2023-2024, ຊຶ່ງພາຍຫຼັງທີ່ໄດ້ຮັບເອກະສານແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນແມ່ຍິງ 3 ດີ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທາງຄະນະນໍາ ຂອງສະຫະພັນແມ່ຍິງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ອອກແຈ້ງການແນະນໍາ ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີ ທີ່ສູນກາງສະຫະພັນແມ່ຍິງວາງອອກ ໂດຍຕິດພັນກັບວຽກງານວິຊາສະເພາະ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ປັດຈຸບັນ ທົ່ວແຂວງອັດຕະປື ມີສະມາຊິກສະຫະພັນແມ່ຍິງ 32.488 ທ່ານ, ມີ 119 ໜ່ວຍ, ມີ 180 ຮາກຖານ ໃນນັ້ນ, ໜ່ວຍອ້ອມຂ້າງແຂວງ ມີ 10 ໜ່ວຍ ແລະ 37 ຮາກຖານ, ຂັ້ນເມືອງ ມີ 102 ໜ່ວຍ, ມີ 64 ຮາກຖານອ້ອມຂ້າງເມືອງ ແລະ 86 ຮາກຖານບ້ານ, ແມ່ຍິງເປັນພະນັກງານ-ລັດຖະກອນ 2.208 ທ່ານ ໃນນີ້, ແຕ່ລະທ່ານໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ຊຶ່ງດໍາເນີນໄປຕາມ 4 ບາດກ້າວສໍາຄັນ, ການຕິດຕາມກວດກາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ໃນ 2 ໄລຍະ ເຫັນວ່າ ການປະຕິບັດຖືກຕ້ອງສອດຄ່ອງຕາມບາດກ້າວ, ມາດຖານເງື່ອນໄຂຂອງສູນກາງ ສະຫະພັນແມ່ຍິງລາວວາງອອກ ແລະ ຜ່ານການປະເມີນທົ່ວແຂວງ, ມາຮອດປັດຈຸບັນເຫັນວ່າ ຈຳນວນສະມາຊິກສະຫະພັນແມ່ຍິງ 3 ດີ ກວມເອົາ 2 ສ່ວນ 3 ຂອງຈໍານວນຜູ້ເຂົ້າຮ່ວມແຂ່ງຂັນ ກໍຄືສະມາຊິກສະຫະພັນແມ່ຍິງ, ຈໍານວນໜ່ວຍ 3 ດີ ແລະ ຮາກຖານ 3 ດີ ກວມເອົາ 2 ສ່ວນ 3, ສາມາດປະເມີນ ບຸກຄົນ 3 ດີ ປະເພດ I ຈຳນວນ 29.503 ທ່ານ, ບຸກຄົນ 3 ດີ ປະເພດ II ຈຳນວນ 1.190 ທ່ານ ແລະ ຢູ່ໃນເງື່ອນໄຂຮັບທຸງໄຊ ແລະ ໄດ້ຮັບໃບຢັ້ງຢືນຮັກສານາມມະຍົດທຸງໄຊ 3 ດີ, ພົນລະເມືອງດີ 31.225 ທ່ານ, ພັດທະນາດີ 30.700 ທ່ານ, ສ້າງຄອບຄົວດີ 31.100 ທ່ານ, ຮັກສາໃບຢັ້ງຢືນນາມມະຍົດ ທຸງໄຊ 3 ດີ ສະຫະພັນແມ່ຍິງ ເມືອງໄຊເສດຖາ ຄັ້ງທີ II, ເມືອງພູວົງຄັ້ງທີ II, ເມືອງສາມັກຄີໄຊ ຄັ້ງທີ 1, ເມືອງສະໜາມໄຊ ຄັ້ງທີ 1 ແລະ ເມືອງຊານໄຊ ຄັ້ງທີ I, ທຽບໃສ່ມາດຖານເງື່ອນໄຂທີ່ກຳນົດໃນ ເອກະສານແນະນໍາຂອງສູນກາງສະຫະພັນແມ່ຍິງລາວເຮັດໃຫ້ ແຂວງອັດຕະປື ສາມາດຮັບຮອງເປັນແຂວງສະຫະພັນແມ່ຍິງ 3 ດີ.
ແຫຼ່ງຂ່າວຈາກ: ແຂວງອັດຕະປື



