20.4 C
Vientiane
ວັນທີ 16 December, 2025

ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ຈະເປີດນຳໃຊ້ ໃນວັນທີ 25 ທັນວານີ້

Must read

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ເຊື່ອມຕໍ່ລະຫວ່າງແຂວງບໍລິຄໍາໄຊ-ແຂວງບຶງການ ຂອງໄທ ຈະເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025 ທີ່ຈະມາເຖິງນີ້, ຊຶ່ງປັດຈຸບັນ ພວມກະກຽມການທົດລອງລະບົບການບໍລິການດ້ານຕ່າງໆ.

ທ່ານ ວັດທະນາ ພັນດານຸວົງ ຮອງຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ໄດ້ລາຍງານຄວາມຄືບໜ້າໃນໂຄງການດັ່ງກ່າວ ຕໍ່ຄະນະຜູ້ແທນກອງປະຊຸມໃຫຍ່ແນວລາວສ້າງຊາດ ແຂວງບໍລິຄຳໄຊ ໃນໂອກາດທ່ຽວຊົມໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ໃນວັນທີ 15 ທັນວາ 2025 ນີ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບລາວ-ໄທ ແຫ່ງທີ 5 ທີ່ເຊື່ອມຕໍ່ລະຫວ່າງແຂວງບໍລິຄໍາໄຊ-ແຂວງບຶງການ ຂອງໄທ ແມ່ນສໍາເລັດແລ້ວຮ້ອຍສ່ວນຮ້ອຍ ໂດຍມີກຳນົດເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025 ທີ່ຈະມາເຖິງນີ້, ປັດຈຸບັນ ພວມກະກຽມການທົດລອງລະບົບການບໍລິການຕ່າງໆ ເປັນຕົ້ນ ເຄື່ອງສະແກນ, ລະບົບການລົງທະບຽນຍື່ນເອກະສານ ແລະ ອື່ນໆ. ສຳລັບໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ມີຄວາມຍາວທັງໝົດ 1.350 ແມັດ, ເບື້ອງລາວມີຄວາມຍາວ 535 ແມັດ, ເບື້ອງໄທ 815 ແມັດ, ຄວາມກວ້າງ 17,40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ, ໂຄງສ້າງຂອງຂົວໄລຍະເທິງບົກ ເປັນປະເພດຂົວເບຕົງອັດແຮງ ແລະ ໂຄງສ້າງຂົວໄລຍະກາງນໍ້າ ເປັນປະເພດຂົວແຂວນ ຄຶງດ້ວຍສາຍກາບ, ມີຄວາມຄືບໜ້າທັງໝົດ 100%.

ຂ່າວ-ພາບ: ຄຳຟອງ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article