ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນໃນບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ອະນຸສາວະລີ ທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ ເມື່ອບໍ່ດົນມານີ້ ຜົນການແຂ່ງຂັນ ອັນດັບທີໜຶ່ງແມ່ນທ້າວ ບຸນສະຫວາດ ວົງປະເສີດ ຫຼື ເຄນ ນັກຊົງກາເຟ ແລະ ເຈົ້າຂອງຮ້ານກາເຟ ຈາກນະຄອນຫຼວງວຽງຈັນ; ອັນດັບທີ 2 ແມ່ນທ້າວ ນະລົງສັກ ມາລີສີໂສພາ ຈາກບໍລິສັດ ກະສິກໍາຮຸ່ງເຮືອງ ແລະ ອັນດັບທີ 3 ແມ່ນ ທ້າວ ສອນໄຊ ສີມມະລີ ຈາກຮ້ານ ຈາກສວນສູ່ຈອກ.
ການແຂ່ງຂັນດັ່ງກ່າວມີນັກຊົງກາເຟ 32 ຄົນ ໃນທົ່ວປະເທດເຂົ້າຮ່ວມ, ຈັດໂດຍ ອຳນາດການປົກຄອງເມືອງປາກຊ່ອງ ຮ່ວມກັບສະມາຄົມກາເຟລາວ ແລະ ບໍລິສັດ ເພັດລຸ້ງໂລດ ຂາອອກ-ຂາເຂົ້າ ໂດຍມີຈຸດປະສົງເພື່ອສົ່ງເສີມທັກສະການຊົງກາເຟ ຂອງນັກຊົງກາເຟ ແລະ ສະແດງໃຫ້ເຫັນການເຕີບໂຕຂອງນັກຊົງກາເຟ ທີ່ມີສີມືພາຍໃນປະເທດ. ພ້ອມນີ້, ຍັງສ້າງຄວາມເຊື່ອມໂຍງ ລະຫວ່າງກະສິກອນ ແລະ ນັກຊົງກາເຟ ທັງເປັນການເຜີຍແຜ່ຄວາມຮັບຮູ້ ກ່ຽວກັບຄຸນນະພາບກາເຟ ຈາກເຂດພູພຽງບໍລະເວນຕື່ມອີກ.
ແຫຼ່ງຂ່າວຈາກ ແຂວງຈຳປາສັກ



