
ໃນວັນທີ 14 ທັນວາ 2025 ເວລາປະມານ 10:30 ທີ່ຜ່ານມາ, ທາງທີມກູ້ໄພ ແລະ ທະຫານເຮືອໜອງຄາຍລາຍງານວ່າ ມີຊາຍກາງຄົນ ພັດຕົກນ້ຳມາທີ່ບໍລິເວນແກ່ງສາວນ້ອຍ ອຳເພີເມືອງ ຈັງຫວັດໜອງຄາຍ ຈຶ່ງໄດ້ນຳເຮືອລາດຕະເວນນ້ຳ 2 ລຳພ້ອມເຈົ້າໜ້າທີ່ປະຈຳເຮືອ ແລະ ພະຍາບານ ເຂົ້າຊ່ວຍເຫຼືອຊາຍທີ່ເກາະຖັງນ້ຳມັນເຄື່ອງລອຍຄໍຢູ່ກາງນ້ຳ.
ເບື້ອງຕົ້ນພົບວ່າ ຊາຍດັ່ງກ່າວມີອາການກະວົນກະວາຍ, ຕາແຂງ, ມີບາດແຜທີ່ບໍລິເວນລຳຄໍ ຄ້າຍຄືຖືກຂອງມີຄົມບາດ, ເວົ້າບໍ່ຮູ້ເລື່ອງ ແລະ ບໍ່ຍອມຂຶ້ນເຮືອນຳເຈົ້າໜ້າທີ່ ປ່ອຍໂຕໄຫຼໄປຕາມກະແສນ້ຳ. ເວລາຜ່ານໄປ 4 ຊົ່ວໂມງ, ປະມານ 14:30 ນາທີ ສັງເກດເຫັນຊາຍດັ່ງກ່າວມີອາການອ່ອນແຮງ ແຕ່ຍັງບໍ່ຍອມຂຶ້ນເຮືອ ຍັງຄົງປ່ອຍໂຕໄຫຼໄປຕາມນ້ຳຮອດບໍລິເວນວັດທາດໃຕ້ ອຳເພີເມືອງ ຈັງຫວັດໜອງຄາຍ ຫ່າງຈາກຈຸດເກີດເຫດປະມານ 18 ກິໂລແມັດ.
ທາງເຈົ້າໜ້າທີ່ຈຶ່ງໄດ້ຕັດສິນໃຈໂດດນ້ຳລົງໄປຊ່ວຍຊາຍດັ່ງກ່າວຂຶ້ນຝັ່ງ ແລະ ນຳສົ່ງໂຕໄປໂຮງໝໍໜອງຄາຍເພື່ອຮັກສາຕໍ່ໄປ.
ເຊິ່ງເມື່ອບໍ່ດົນມານີ້, ໃນຊ່ວງເຊົ້າວັນທີ 13/12/2025 ມີເຫດການປຸ້ນຈີ້ຄົນຂັບລົດຕຸກໆ ທີ່ໜ້າໂຮງໝໍເສດຖາ, ເຊິ່ງຫຼາຍຄົນກໍໄດ້ສະແດງຄວາມເຫັນວ່າ ຮູບຮ່າງຄ້າຍໆຜູ້ກໍ່ເຫດປຸ້ນຈີ້ດັ່ງກ່າວ.
ຂໍໃຫ້ທາງເຈົ້າໜ້າທີ່ທັງສອງຝ່າຍກວດສອບຄືນດ້ວຍ ເພື່ອຮູ້ຄວາມເປັນມາຂອງຊາຍດັ່ງກ່າວທີ່ລອຍຕົວຢູ່ກາງນ້ຳຂອງ.



ໜອງຄາຍHOT News, ສະມາຄົມໜອງຄາຍການກຸສົນໜ່ວຍກູ້ໄພປະຈັກ



