19 C
Vientiane
ວັນທີ 16 December, 2025

ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

Must read

ໃນວັນທີ 13 ທັນວາຜ່ານມາ ທີ່ເມືອງໄຊ ແຂວງອຸດົມໄຊ ບໍລິສັດຊີຈີເອັນ (CGN) ໄດ້ຈັດພິທີເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ເຈິ່ງຢົງ ຮອງຜູ້ອຳນວຍການ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄໍາແສງ ອາລີ ໄດ້ກ່າວວ່າ: “ມື້ນີ້ຖືເປັນວັນປະຫວັດສາດ ເພາະເປັນມື້ເລີ່ມຕົ້ນຜະລິດກະແສໄຟຟ້າຢ່າງເປັນທາງການ ຊຶ່ງກົງກັບວັນຄ້າຍວັນເກີດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 105 ປີ”. ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ ມີກຳລັງຕິດຕັ້ງລວມ 1,000 MW, ເປັນໜຶ່ງໃນໂຄງການພະລັງງານສະອາດຂະໜາດໃຫຍ່ທີ່ສຸດ ຂອງ ສປປ ລາວ ແລະ ເປັນຕົ້ນແບບໃນການພັດທະນາພະລັງງານສະອາດໃນອະນາຄົດ. ການເປີດນຳໃຊ້ໂຄງການນີ້, ຈະຊ່ວຍສ້າງໃບໜ້າໃໝ່ໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງອຸດົມໄຊ ກໍຄື ລະດັບຊາດ. ນອກຈາກການຜະລິດໄຟຟ້າ, ໂຄງການຍັງໄດ້ນຳເອົາເຕັກໂນໂລຊີໃໝ່ ແລະ ການຝຶກອົບຮົມວິຊາການມາສູ່ຊາວໜຸ່ມທ້ອງຖິ່ນ, ສ້າງວຽກເຮັດງານທຳ ແລະ ລາຍຮັບ ໃຫ້ແກ່ ປະຊາຊົນບັນດາເຜົ່າ. ບໍລິສັດ ຊີຈີເອັນ ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ນັບແຕ່ເລີ່ມກໍ່ສ້າງໃນວັນທີ 18 ທັນວາ 2024 ເປັນຕົ້ນມາເຊັ່ນ: ການສະໜອງທຶນປັບປຸງ ໂຮງຮຽນ ມສ ເມືອງໄຊ, ການກໍ່ສ້າງຂົວ-ທາງ ແລະ ພື້ນຖານໂຄງລ່າງອື່ນໆ.

ທ່ານ ຄໍາແສງ ອາລີ ຍັງໄດ້ຕື່ມວ່າ: ຈາກການລົງກວດກາພາກສະໜາມຫຼາຍຄັ້ງ ເຫັນວ່າ ບໍລິສັດໄດ້ປະຕິບັດມາດຕະການປົກປັກຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ຮ່ວມມືກັນພັດທະນາພະລັງງານ ແລະ ອຸດສາຫະກຳຂອງແຂວງອຸດົມໄຊ ໃຫ້ເຂັ້ມແຂງ ໃນອະນາຄົດ.

(ຂ່າວ: ແສງອາທິດ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article