25 C
Vientiane
ວັນທີ 13 December, 2025

ເຈົ້າໜ້າທີ່ຕຳຫຼວດ ເຂົ້າຈັບຕົວຜູ້ກໍ່ເຫດລັກລົດຈັກເພດຊາຍ ຢູ່ໃນວົງມົ້ວສຸມສິ່ງເສບຕິດ 18 ຄົນ

Must read

ໃນວັນທີ 12/12/25 ປ້ອງກັນຄວາມສະຫງົບນະຄອນຫຼວງຈັນ ລາຍງານວ່າ: ວັນທີ 8 ທັນວາ 2025 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຕິດຕາມນໍາຈັບຄະດີລັກລົດຈັກ ຢູ່ຈຸດມົ້ວສຸມ ແຫ່ງໜຶ່ງທີ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ສາມາດຈັບໄດ້ 18 ຄົນ, ຍິງ 2 ຄົນ ຂະນະທີ່ກຳລັງມົ້ວສຸມສິ່ງເສບຕິດ ພ້ອມຂອງກາງ ຢາບ້າ 20 ເມັດ, ລົດຈັກ 6 ຄັນ, ຮ່າງລົດຈັກ 3 ຮ່າງ ແລະ ອາໄຫຼ່ລົດຈັກອີກຈໍານວນໜຶ່ງ.

ຜ່ານການຈັບກຸມ ແລະ ສືບສວນສອບສວນ ເບື້ອງຕົ້ນ, ຢູ່ໃນກຸ່ມດັ່ງກ່າວມີເປົ້າໝາຍລັກຊັບ ປະເພດລັກລົດຈັກ 1 ຄົນ. ຜ່ານການສອບສວນ ຜູ້ລົງມືກໍ່ເຫດໃນຄັ້ງນີ້, ຊື່ ທ້າວແຈັກ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ເຊິ່ງຜູ້ກ່ຽວໄດ້ລັກລົດຈັກຢູ່ເຂດບ້ານໜອງໜ່ຽງ ໃນວັນທີ 7 ທັນວາ 2025 ແລ້ວນໍາເອົາໄປຂາຍ ໃຫ້ກຸ່ມໄວໜຸ່ມ ໃນຈຸດມົ້ວສຸມດັ່ງກ່າວ.

ປັດຈຸບັນ, ເຈົ້າໜ້າທີ່ ຍັງດໍາເນີນການສືບສວນສອບສວນ ເພື່ອມາດໍາເນີນຕາມລະບຽບກົດໝາຍ.

ທີ່ມາ:ໂທລະໂຄ່ງ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article