25 C
Vientiane
ວັນທີ 13 December, 2025

ໂຮມຊຸມນຸມລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

Must read

ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ ໄດ້ຈັດພິທີໂຮມຊຸມນຸມລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ105ປີ (13/12/1920-13/12/2025), ຂຶ້ນໃນວັນທີ 12 ທັນວານີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍມີ ພະເຖລານຸເຖລະ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ, ບັນດາ ສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ, ບັນດາສະຫາຍອະດີດການນຳຂັ້ນສູງ ພັກ-ລັດ, ພະນັກງານປະຕິວັດອາວຸໂສ, ບັນດາສະຫາຍລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານູທູດ, ກໍາລັງປະກອບອາວຸດ, ອົງການຈັດຕັ້ງມະຫາຊົນ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີ ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດມີບາງຕອນວ່າ: ການສະເຫຼີມສະຫຼອງວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເພື່ອສະແດງຄວາມອາໄລຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ, ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດ ຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບ ມາສູ່ປະເທດຊາດກ້າວເຖິງການສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນທາງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ,ປະທານໄກສອນ ພົມວິຫານ ກຳເນີດ ແລະ ເຕີບໃຫຍ່ໃນສະພາບທີ່ປະເທດຊາດຕົກເປັນເມືອງຂຶ້ນ, ສູນເສຍຄວາມເປັນຊາດເອກະລາດ, ປະຊາຊົນລາວບັນດາເຜົ່າຕົກເປັນຂ້ອຍຂ້າມ້າໃຊ້, ຖືກກົດຂີ່ຂູດຮີດຢ່າງແສນສາຫັດ ຈາກພວກຕ່າງຊາດ, ສັກດີນາ ແລະ ລູກແຫຼ້ງຕີນມື ຂອງພວກເຂົາ, ຍ້ອນແນວນັ້ນ ເພິ່ນໄດ້ເກີດມີຈິດໃຈຮັກເຊື້ອແພງຊາດ ອັນດູດດື່ມ ບວກກັບຄວາມຄັບແຄ້ນແໜ້ນໃຈເກີດຂຶ້ນ ແລະ ໄດ້ເກີດມີຄວາມຕື່ນຕົວການເມືອງ, ມີແນວຄວາມຄິດເພື່ອຊອກຫາເສັ້ນທາງຕໍ່ສູ້ກູ້ຊາດ, ຈຶ່ງໄດ້ຮ່ວມກັບເພື່ອນສະຫາຍຈໍານວນໜຶ່ງ ເຄື່ອນໄຫວປິດລັບ ແລະ ສະໝັກໃຈເຂົ້າຮ່ວມຂະບວນການປະຕິວັດຕັ້ງແຕ່ຍັງເຍົາໄວ, ພາຍໃຕ້ແສງສະຫວ່າງຂອງທິດສະດີປະຕິວັດ ກໍຄືລັດທິມາກ-ເລນິນ ທີ່ປະທານໂຮ່ຈິມິນ ໄດ້ນໍາເຂົ້າມາ ແລະ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນ ເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດຂອງ 3 ປະເທດໃນອິນດູຈີນ, ປະທານໄກສອນ ພົມວິຫານ ໄດ້ເລີ່ມຈາກການເຂົ້າຮ່ວມໃນຂະບວນການຊາວໝໜຸ່ມຕະລຸມບອນເຄື່ອນໄຫວກໍ່ສ້າງຮາກຖານການເມືອງ, ໂຄສະນາຂົນຂວາຍປະຊາຊົນ ແລະ ສ້າງໜ່ວຍແກ່ນສານນຳພາຂອງພັກຂຶ້ນ ເພື່ອສ້າງຂະບວນການປະຕິວັດ, ຂະບວນນີ້ ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ກາຍເປັນພັກປະຊາຊົນລາວ ທີ່ກາຍເປັນຫຼັກແຫຼ່ງ, ເພິ່ນໄດ້ເອົາຕົວເຈືອຈານເຂົ້າກັບຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນບັນດາເຜົ່າຕັ້ງແຕ່ຕົ້ນ, ຮ່ວມເປັນຮ່ວມຕາຍ ກັບພະນັກງານ-ນັກຮົບ, ຮ່ວມທຸກຮ່ວມສຸກ ກັບປະຊາຊົນເຮົາເພື່ອນຳພາການຕໍ່ສູ້ຍາດໄດ້ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ໃຫຍ່ຫຼວງຂຶ້ນເປັນກ້າວໆ, ຈົນເຖິງໄຊຊະນະສົມບູນ, ພາຍໃຕ້ການນຳຂອງປະທານ ໄກສອນ ພົມວິຫານ ພາຍຫຼັງສະຖາປະນາ ສປປ ລາວ ນັ້ນ ແມ່ນໄລຍະຕົ້ນຂອງການປະຕິບັດໜ້າທີ່ແຫ່ງການປົກປັກຮັກສາໝາກຜົນ ຂອງການປະຕິວັດ ແລະ ໜ້າທີ່ໃນການພັດທະນາປະເທດຊາດ ດ້ວຍການຮໍາບາດແຜສົງຄາມ, ປັບປຸງເສດຖະກິດ-ສັງຄົມ, ຟື້ນຟູການຜະລິດຄືນໃໝ່, ປົວແປງ-ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໄປພ້ອມໆກັບການຕໍ່ຕ້ານການປອງຮ້າຍ, ມ້າງເພທໍາລາຍຢ່າງບໍ່ລົດລະຈາກອິດທິກຳລັງປໍລະປັກ ໄດ້ສຳເລັດຜົນໃຫຍ່ຫຼວງນຳພາປວງຊົນລາວທັງຊາດ ປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ຈາກນັ້ນ ໄດ້ວາງແນວທາງປ່ຽນແປງໃໝ່ ເພື່ອສືບຕໍ່ບູລະນະແນວທາງນະໂຍບາຍ ເພື່ອກ້າວເດີນຕໍ່ໄປຢ່າງໜັກແໜ້ນ, ໃນເກືອບ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ຕ່າງກໍຮັບຮູ້ວ່າ ແນວຄິດ-ຈິນຕະນາການ ຂອງປະທານ ໄກສອນ ພົມວິຫານ ເປັນພື້ນຖານໃຫ້ແກ່ແນວທາງປ່ຽນແປງໃໝ່ ຂອງພັກເຮົາ ແມ່ນການບູລະນະ, ປະຕິຮູບຮອບດ້ານ ທີ່ມີປະສິດທິຜົນສູງ ແລະ ນໍາມາຊຶ່ງຜົນສໍາເລັດຮອບດ້ານ ຢ່າງໜ້າພາກພູມໃຈ ຈົນເທົ່າເຖິງທຸກວັນນີ້.

ທ່ານກ່າວຕື່ມວ່າ: ການລະລຶກ ເຖິງຄຸນງາມຄວາມດີ ແລະ ສໍານຶກບຸນຄຸນອັນໃຫຍ່ຫຼວງ ຂອງພວກເຮົາ ທີ່ມີຕໍ່ປະທານໄກສອນ ພົມວິຫານ, ເນື່ອງໃນໂອກາດວັນເກີດ ຂອງເພິ່ນ ຄົບຮອບ 105 ປີ, ພວກເຮົາ ຍິ່ງມີຄວາມເທີດທູນ ແລະ ເຄົາລົບຮັກທັງເຫັນແຈ້ງໜ້າທີ່, ຄວາມຮັບຜິດຊອບ ຂອງແຕ່ລະຄົນ, ທີ່ຕ້ອງສືບຕໍ່ຝຶກຝົນຮໍ່າຮຽນເອົາແບບຢ່າງປະຕິວັດ ແລະ ເຮັດໃຫ້ອຸດົມການ, ຄວາມມຸ່ງຫວັງ ແຫ່ງພາລະກິດປະຕິວັດ ທີ່ປະທານ ໄກສອນ ພົມວິຫານ ໄດ້ວາງຮາກຖານໄວ້ໃຫ້ເຂົ້າສູ່ການຕໍ່ຍອດ ໃນການປະຕິບັດວຽກງານຂອງພວກເຮົາ, ດັ່ງນັ້ນຕ້ອງເພີ່ມທະວີຄວາມສາມັກຄີເປັນເອກະພາບເປັນປຶກແຜ່ນ, ຄວາມຕັດສິນໃຈສູງ ແລະ ເດັດດ່ຽວ ຢູ່ພາຍໃນພັກ ເປັນ“ຫີນສີລາອັນໝັ້ນແກ່ນ” ໃຫ້ແກ່ກ້ອນກໍາລັງມະຫາສາມັກຄີ ພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນໍາໜ້າ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ ລຽບງ່າຍ, ປອດໃສ ຂາວສະອາດ, ຍົກສູງຄວາມເປັນເຈົ້າການ, ປະດິດສ້າງ ໃນການປັບປຸງ-ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ແທດເໝາະ, ສອດຄ່ອງກັບເງື່ອນໄຂ, ສະພາບຈຸດພິເສດ ໃນແຕ່ລະໄລຍະ ຂອງການປະຕິວັດ, ຍຶດໝັ້ນ ແລະເສີມຂະຫຍາຍຈິດໃຈຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົມທົບຢ່າງແໜ້ນແຟ້ນ ລະຫວ່າງລັດທິຮັກຊາດ ອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ ເພື່ອເສີມຂະຫຍາຍກຳລັງແຮງພາຍໃນຊາດ ສົມທົບກັບກໍາລັງແຮງ ຂອງຍຸກສະໄໝ ເຂົ້າໃນການພັດທະນາປະເທດຊາດກ້າວຂຶ້ນ.

ປະທານ ໄກສອນ ພົມວິຫານ ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫຼວງທີ່ສຸດ, ອຸດົມການ ແລະ ການອຸ ທິດຂອງເພິ່ນແມ່ນຕິດແໜ້ນກັບພາລະກິດປະຕິວັດ ຂອງພັກເຮົາ. ຂ້າພະເຈົ້າ ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົງສາມັກຄີກັນເປັນປຶກແຜ່ນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງພວກເຮົາໃຫ້ເຂົ້າສູ່ຊີວິດຕົວຈິງ, ປະທານ ໄກສອນ ພົມວິຫານ ສົມແລ້ວ ທີ່ເປັນວິລະບູລຸດ ທີ່ຍິ່ງໃຫຍ່ ຂອງຊາດລາວ, ເປັນນັກປະຕິວັດອົງອາດກ້າແກ່ນ, ນັກຮັກຊາດຜູ້ຍິ່ງໃຫຍ່, ລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ, ປະທານໄກສອນ ພົມວິຫານ ຍືນຍົງໃນພາລະກິດ ຂອງພັກເຮົາ ແລະ ຢູ່ໃນດວງໃຈຂອງປະຊາ ຊົນລາວ ຕະຫຼອດໄປ. (ຂ່າວ-ພາບ: ສຳນານ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article