
ກະຊວງການຕ່າງປະເທດ ແຈ້ງໃຫ້ຊາບວ່າ: ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ຈະນຳພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມຢ່າງເປັນທາງການ ຢູ່ ສ.ເກົາຫລີ ໃນລະຫວ່າງວັນທີ 14-15 ທັນວາ 2025 ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ລີ ແຈ ມຽງ (Lee Jae-myung)ແປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ທັງເປັນການສະເຫລີມສະຫລອງ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຄົບຮອບ 30 ປີ (ວັນທີ 25 ຕຸລາ 1995-25 ຕຸລາ 2025).



