
ວັນທີ 11 ພະຈິກ 2025 ທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກບິນ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດຢູ່ ສປປ ລາວ ປີ 1960 ຮອດປີ 1973 ໃນເວລາປະຕິບັດໜ້າທີ່ບິນຂົນສົ່ງໃຫ້ການຊ່ວຍເຫຼືອແກ່ພີ່ນ້ອງປະຊາຊົນລາວ. ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ສະພາຄວາມໝັ້ນຄົງ ແຫ່ງ ສະຫະພັນຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວາ 2025.
ທັງນີ້, ກໍເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ລໍ້າລຶກເຖິງບັນດານັກບິນທີ່ເສຍຊິວິດໃນປະເທດລາວ, ສະແດງໃຫ້ເຫັນເຖິງສັນຍາລັກແຫ່ງຄວາມສາມັກຄີ, ໄມຕີຈິດມິດຕະພາບຮ່ວມສໍາພັນ ລະຫວ່າງ ປະຊາຊົນສອງຊາດ ລາວ-ຣັດເຊຍ ອັນເປັນມູນເຊື້ອລະຫວ່າງສອງປະເທດ, ເປັນຫຼັກໝັ້ນເຊິ່ງກັນແລະກັນ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄວາມປາດຖະໜາຂອງປະຊາຊົນລາວ ແລະ ຣັດເຊຍ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ຜົນງານຂອງວິລະຊົນທີ່ເສຍສະລະຊີວິດໃນປະເທດລາວ ເປັນຕົວຢ່າງແຫ່ງຄວາມກ້າຫານ ແລະ ເຊື່ອໝັ້ນວ່າ ຈະຄົງຢູ່ໃນຄວາມຊົງຈຳຂອງປະຊາຊົນທັງສອງປະເທດ ແລະ ຈະປະກອບສ່ວນເຂົ້າໃນການ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ ແລະ ຣັດເຊຍ ໃຫ້ໄດ້ຮັບການພັດທະນາໃນທຸກຂົງເຂດວຽກງານ.







