25 C
Vientiane
ວັນທີ 13 December, 2025

ສ.ອາເມລິກາ ຈະຂາຍຊິບຂັ້ນສູງ ໃຫ້ແກ່ ສປ ຈີນ

Must read

ທ່ານ ປະທານາທິບໍດີ ສ.ອາເມລິກາ ໃຫ້ຮູ້ວ່າ, ຈະຕົກລົງເຫັນດີ ໃຫ້ກຸ່ມບໍລິສັດ Nvidia, ມີສຳນັກງານຕັ້ງຢູ່ລັດ California ຂາຍຊິບຂັ້ນສູງ H200 ໃຫ້ແກ່ ບັນດາລູກຄ້າ ທີ່ໄດ້ຮັບ ການຕົກ ລົງ ຮອງຮັບເອົາຢູ່ ສປ ຈີນ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວ ຈະໄປ ຄຽງຄູ່ກັບເງື່ອນໄຂທີ່ວ່າ, ລັດຖະບານ ສ.ອາເມລິກາ ຈະໄດ້ຮັບ 25% ຂອງ ລາຍຮັບ ຈາກການຂາຍຊິບ ໃຫ້ແກ່ ສປ ຈີນ. ກ່ອນໜ້ານັ້ນ ໃນເດືອນ ສິງຫາ ຜ່ານມາ, Nvidia ແລະ AMD ໄດ້ເຫັນດີ ແບ່ງປັນກັບ ລັດຖະບານ ສ.ອາເມລິກາ 15% ລາຍຮັບ ທີ່ເກັບມາຈາກ ການເຄື່ອນໄຫວ ຂາຍຊິບ ໃຫ້ ແກ່ ສປ ຈີນ. ປັດຈຸບັນ, ຊິບ H200 ທີ່ທ່ານ Trump ອະນຸຍາດ ໃຫ້ຂາຍນັ້ນ ແມ່ນລຸ້ນດີ ແຕ່ບໍ່ແມ່ນ ລຸ້ນຊິບ ມີພະລັງແຮງສຸດຂອງ Nvidia. ຕາມ ທ່ານ ໂດນັນ ທຣຳ ແລ້ວ, ເລື່ອງຊື້-ຂາຍ ຈະໄດ້ຮັບ ການປະຕິບັດ “ໃນບັນດາ ເງື່ອນໄຂ ທີ່ອະນຸຍາດ ເພື່ອຮັກສາ ຄວາມໝັ້ນຄົງ ແຫ່ງຊາດ”.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article