ວິທະຍຸ ກະຈາຍສຽງ ຫວຽດນາມ, ອົດສະຕາລີ ໄດ້ກາຍເປັນ ປະເທດ ທຳອິດ ໃນໂລກ ທີ່ຫ້າມເດັກນ້ອຍ ນຳໃຊ້ສື່ສັງຄົມອອນໄລ ຢ່າງເປັນທາງ ການ. ລັດຖະບານ ອົດສະຕາລີ ຫວັງວ່າ ຂໍ້ຕົກລົງນີ້ ຈະຫລຸດຜ່ອນ ຜົນກະ ທົບ ທີ່ບໍ່ດີ ຈາກສື່ສັງຄົມອອນໄລຕໍ່ເດັກ. ບັນຊີຫລິ້ນ ສື່ສັງຄົມອອນໄລ ຂອງ ເດັກນ້ອຍ ນັບແສນຄົນ ທີ່ມີອາຍຸຕ່ຳກວ່າ 16 ປີຂອງ ອົດສະຕາລີ ໄດ້ຖືກ ປິດ ເມື່ອກົດໝາຍ ວ່າດ້ວຍ ການຈຳກັດ ອາຍຸ ນຳໃຊ້ສື່ສັງຄົມອອນໄລ ມີ ຜົນສັກສິດ ຢູ່ປະເທດນີ້. ມີ 10 ສື່ສັງຄົມອອນໄລບັງຄັບຕ້ອງປະຕິບັດ ຕາມ ຂໍ້ກຳນົດດັ່ງກ່າວ ລວມມີ Facebook, Instagram, Kick, Reddit, Snapchat, Threads, TikTok, X, YouTube ແລະ Twitch. ທ່ານ ແອນໂທນີ ອໍລບາເນສ (Anthony Albanese) ນາຍົກລັດຖະມົນຕີ ອົດສະຕຣາລີ ຢັ້ງຢືນວ່າ ຂໍ້ກຳ ນົດໃໝ່ນີ້ ຈະຊ່ວຍໃຫ້ ພວກເດັກ ໄດ້ພັດທະນາ ໃນສະພາບແວດລ້ອມທີ່ ປອດໄພກວ່າ ແລະ ມີເວລາ ເພື່ອພັດທະນາ ບັນດາທັກສະດຳລົງຊີວິດ, ພົບປະສື່ສານ ແບບເຊິ່ງໜ້າ ກັບໝູ່ເພື່ອນ ແລະ ຄອບຄົວ.ນັບແຕ່ ວັນທີ 10 ທັນວາ, ເດັກທີ່ມີອາຍຸຕ່ຳກວ່າ 16 ປີ ໄດ້ຮັບແຈ້ງການ ປິດບັນຊີ ຈາກ ບັນດາ ສື່ສັງຄົມອອນໄລ ແລະ ກໍ່ບໍ່ສາມາດ ສ້າງບັນຊີໃໝ່ໄດ້.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ



