
ສຳນັກຂ່າວຣອຍເຕີສ໌ລາຍງານວ່າ ໂຄງການວີຊ່າ “ທຣຳປ໌ໂກລ໌ການ໌ດ” ໄດ້ເປີດຕົວຢ່າງເປັນທາງການໃນວັນພຸດ (10 ທັນວາ 2024) ຕາມເວລາທ້ອງຖິ່ນ. ຜູ້ສົນໃຈສາມາດສະໝັກໄດ້ຜ່ານເວັບໄສທ໌ Trumpcard.gov ໂດຍຄລິກປຸ່ມ “ສະໝັກຕອນນີ້” ເພື່ອຈ່າຍຄ່າທຳນຽມ 15,000 ໂດລາໃຫ້ກັບກະຊວງຄວາມໝັ້ນຄົງແຫ່ງມາຕຸພູມິ ເຊິ່ງຈະເລັ່ງລັດຂະບວນການໃຫ້ໄວຂຶ້ນ.
ຫຼັງຈາກຜ່ານຂະບວນການກວດສອບປະຫວັດ ຫຼື ການຄັດກອງແລ້ວ, ຜູ້ສະໝັກຈະຕ້ອງ “ບໍລິຈາກ” (ເວັບໄສທ໌ເອີ້ນວ່າ “ຂອງຂວັນ”) ເປັນຈຳນວນເງິນ 1 ລ້ານໂດລາເພື່ອຂໍຮັບວີຊ່າ ເຊິ່ງຄ້າຍຄືກັບ “ກຣີນການ໌ດ” ທີ່ອະນຸຍາດໃຫ້ພວກເຂົາອາໄສຢູ່ ແລະ ເຮັດວຽກໃນສະຫະລັດໄດ້.
“ໂດຍພື້ນຖານແລ້ວມັນກໍຄື ກຣີນການ໌ດ ແຕ່ດີກວ່າຫຼາຍ ທັງອຳນາດຫຼາຍກວ່າ ເປັນເສັ້ນທາງທີ່ເຂັ້ມແຂງກວ່າ. ເສັ້ນທາງນີ້ສຳຄັນຫຼາຍ. ຕ້ອງການຄົນທີ່ມີຄວາມສາມາດຍອດເຍັ່ຍມ” ທຣຳປ໌ກ່າວກັບຜູ້ສື່ຂ່າວທີ່ທຳນຽບຂາວ.
ທ່ານໂຮວາດ ລັດນິກ ລັດຖະມົນຕີກະຊວງພານິດ ກ່າວວ່າ ມີຜູ້ສົນໃຈປະມານ 10,000 ຄົນລົງຊື່ໄວ້ແລ້ວຕັ້ງແຕ່ຊ່ວງກ່ອນເປີດລົງທະບຽນ ແລະ ຄາດວ່າຈະມີເພີ່ມຂຶ້ນອີກຫຼາຍ.
“ຂ້ອຍຄາດວ່າເມື່ອເວລາຜ່ານໄປ ພວກເຮົາຈະຂາຍການ໌ດເຫຼົ່ານີ້ໄດ້ຫຼາຍພັນໃບ ແລະ ລະດົມທຶນໄດ້ຫຼາຍພັນລ້ານໂດລາ” ທ່ານລັດນິກໃຫ້ສຳພາດສັ້ນໆກັບຣອຍເຕີສ໌.
ລັດຖະມົນຕີກະຊວງພາພານິດກ່າວອີກວ່າ ໂຄງການໂກລ໌ການ໌ດຈະນຳເອົາຄົນທີ່ສ້າງປະໂຫຍດໃຫ້ກັບເສດຖະກິດເຂົ້າມາຍັງສະຫະລັດ ທຽບກັບຜູ້ຖືກຣີນການ໌ດ “ໂດຍສະເລ່ຍ” ທີ່ມີລາຍໄດ້ນ້ອຍກວ່າຊາວອາເມລິກັນໂດຍສະເລ່ຍ ແລະ ມີສະມາຊິກໃນຄອບຄົວຮັບຄວາມຊ່ວຍເຫຼືອຈາກລັດຫຼາຍກວ່າ. ເຖິງຢ່າງໃດກໍຕາມ ລາວໄດ້ກ່າວໂດຍບໍ່ມີຫຼັກຖານສະໜັບສະໜູນ.
ລັດຖະບານຂອງທຣຳປ໌ໄດ້ດຳເນີນມາດຕະການປາບປາມການເຂົ້າເມືອງຢ່າງກວ້າງຂວາງ ເນລະເທດຜູ້ຄົນຫຼາຍແສນຄົນທີ່ຢູ່ໃນປະເທດຢ່າງຜິດກົດໝາຍ ແລະ ຍັງໃຊ້ມາດຕະການກີດກັນການເຂົ້າເມືອງຢ່າງຖືກກົດໝາຍອີກດ້ວຍ.
ໂຄງການໂກລ໌ການ໌ດກໍຄື ມາດຕະການຮັບມືກັບບັນຫາດັ່ງກ່າວໃນແບບຂອງທຣຳປ໌ ເຊິ່ງອອກແບບມາເພື່ອສ້າງລາຍໄດ້ໃຫ້ກັບກະຊວງການຄັງສະຫະລັດໃນລັກສະນະດຽວກັນກັບຄວາມສຳເລັດຈາກການເກັບພາສີປະເທດຕ່າງໆ ດັ່ງທີ່ທຣຳປ໌ກ່າວມາຕະຫຼອດ.
ທ່ານລັດນິກກ່າວອີກວ່າ ຍັງມີໂກລ໌ການ໌ດສຳລັບບໍລິສັດດ້ວຍ ອະນຸຍາດໃຫ້ບໍລິສັດຕ່າງໆສາມາດເລັ່ງດຳເນີນການຂໍວີຊ່າໃຫ້ກັບພະນັກງານທີ່ຕ້ອງການມາເຮັດວຽກໃນສະຫະລັດໄດ້ ໂດຍຕ້ອງຈ່າຍເງິນສະໜັບສະໜູນ 2 ລ້ານໂດລາຕໍ່ພະນັກງານໜຶ່ງຄົນ.
ພິສູດອັກສອນ….ສຸລີ ສິລາວົງສ໌



