
ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ພວມດຳເນີນການຖ່າຍທຳວີດີໂອຕອນທີ 4 ຂອງແຜນການໂຄສະນາສົ່ງເສີມການສຶກສາແຫ່ງຊາດ ມີຊື່ວ່າ “ບ້ານທີ່ໃຫ້ຄວາມສຳຄັນກັບການສຶກສາ” ຊຶ່ງວິດີໂອດັ່ງກ່າວ, ຈະນຳສະເໜີກ່ຽວກັບການຕອບສະໜອງທີ່ໜ້າປະທັບໃຈ ແລະ ນຳພາໂດຍຊຸມຊົນ ເພື່ອແກ້ໄຂອັດຕາການເຂົ້າຮຽນທີ່ຫລຸດລົງ ແລະ ສະແດງໃຫ້ເຫັນວ່າການຮ່ວມມືກັນ ຈະສາມາດຮັບ ປະກັນອະນາຄົດທີ່ດີກວ່າເກົ່າ ຂອງເດັກນ້ອຍໄດ້ແນວໃດ.

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໄປຢ້ຽມຢາມສະຖານທີ່ຖ່າຍທຳເພື່ອສັງເກດການ ແລະ ໃຫ້ກຳລັງໃຈທີມງານຖ່າຍທຳ. ພ້ອມນີ້, ທ່ານຍັງໄດ້ຢັ້ງຢືນ ກ່ຽວກັບຄວາມສຳຄັນຂອງແຜນໂຄສະນາສົ່ງເສີມການສຶກສາ ເພື່ອປັບປ່ຽນທັດສະນະຄະຕິ ກ່ຽວກັບການສຶກສາ. ແຜນການໂຄສະນາດັ່ງກ່າວ, ເວົ້າກ່ຽວກັບການສ້າງວິໄສທັດຮ່ວມກັນ: ເມື່ອຊຸມຊົນເຫັນໄດ້ຄຸນຄ່າແກ່ການຮຽນ, ເດັກນ້ອຍຈະໄດ້ຮັບທັກສະທີ່ເຂົາເຈົ້າຕ້ອງການ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງ ແລະ ປະເທດຊາດຂອງພວກເຮົາ ກໍຈະມີຄວາມເຂັ້ມແຂງຂຶ້ນໄດ້. ດ້ວຍການສະແດງໃຫ້ເຫັນວ່າ ຄູສອນ, ຄອບຄົວ ແລະ ຊຸມຊົນ ຈະສາມາດເຮັດວຽກຮ່ວມກັນໄດ້ແນວໃດ ແລະ ພວກເຮົາຈະແນໃສ່ປັບປ່ຽນທັດສະນະຄະຕິ ແລະ ເຮັດໃຫ້ການສຶກສາເປັນບຸລິມະສິດຫລັກ ສຳລັບທຸກຄອບຄົວໄດ້ແນວໃດ. ເນື້ອໃນວິດີໂອດັ່ງກ່າວ, ສະແດງໃຫ້ເຫັນວ່າການສຶກສາ ບໍ່ພຽງແຕ່ເປັນເລື່ອງຂອງຄອບຄົວເທົ່ານັ້ນ ແຕ່ຍັງເປັນຄວາມຮັບຜິດຊອບຂອງຊຸມຊົນນຳອີກ. ເມື່ອສະມາຊິກຊຸມຊົນຮ່ວມມືກັນເພື່ອແກ້ໄຂອຸປະສັກຕ່າງໆ ທີ່ມີຕໍ່ກັບການຮຽນ, ຜົນປະໂຫຍດຕ່າງໆຈະກະຈາຍໄປທົ່ວຄອບຄົວ ແລະ ສົ່ງຕໍ່ຈາກຮຸ່ນສູ່ຮຸ່ນ.
ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກປະຈຳສະຖານທູດອົດສະຕຣາລີ ກໍໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈຫລາຍ ທີ່ໄດ້ສະໜັບສະໜູນແຜນການໂຄສະນາສົ່ງເສີມການສຶກສາ ທີ່ສະແດງໃຫ້ເຫັນເຖິງວິທີການທີ່ແທ້ຈິງ ແລະ ໃຊ້ໄດ້ຈິງ ທີ່ຊຸມຊົນສາມາດຊ່ວຍໃຫ້ເດັກ ນ້ອຍໄດ້ເຂົ້າຮຽນຢູ່ໃນໂຮງຮຽນ. ດ້ວຍການເລົ່າເລື່ອງທີ່ແທ້ຈິງທີ່ມີພື້ນຖານມາຈາກປະສົບການໃນທ້ອງຖິ່ນ, ວິດີໂອເຫລົ່ານີ້ໄດ້ຊຸກຍູ້ໃຫ້ພໍ່ແມ່ຜູ້ປົກຄອງ ເຫັນໄດ້ເຖິງຄຸນຄ່າອັນຍາວນານຕະຫລອດຊີບຂອງການສຶກສາ ແລະ ຈະເປັນການກະຕຸກຊຸກຍູ້ໃຫ້ໄວໜຸ່ມສືບຕໍ່ການຮຽນ.

ແຜນການໂຄສະນາສົ່ງເສີມການສຶກສາດັ່ງກ່າວ, ປະກອບມີວິດີໂອຈຳນວນ 4 ເລື່ອງ ທີ່ນຳເອົານັກຮຽນ, ພໍ່ແມ່ຜູ້ປົກຄອງ, ຄູສອນ ແລະ ຜູ້ນຳຊຸມຊົນ ມາເຮັດວຽກຮ່ວມໃຈກັນ ເພື່ອປັບປ່ຽນຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງການສຶກສາ. ໃນວິດີໂອສອງຕອນທຳອິດ ໄດ້ຖືກສາຍອອກອາກາດໃນທົ່ວປະເທດຜ່ານທາງໂທລະພາບ, ຜ່ານທາງສື່ສັງຄົມອອນລາຍ ແລະ ແຈກຢາຍໃຫ້ພະນັກງານສຶກສາ, ຄູສອນ ແລະ ຜູ້ສະໜັບສະໜູນວຽກຊຸມຊົນ ເພື່ອສະໜັບສະໜູນການເຜີຍແຜ່ຂໍ້ມູນໃນທ້ອງຖິ່ນ.





