26.1 C
Vientiane
ວັນທີ 13 December, 2025

ແຂວງວຽງຈັນ ອະໄພຍະໂທດຫລຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

Must read

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ)ແຂວງວຽງຈັນ ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າ ມີ 189 ຄົນ ຍິງ 17 ຄົນ, ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໃນວັນທີ 11 ທັນວາ 2025 ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂວງວຽງຈັນ ໂດຍມີທ່ານ ດາວເຮືອງ ນັນທາວົງ ປະທານຄະນະກຳມະການອະໄພຍະໂທດ ແຂວງວຽງຈັນ, ທ່ານ ບຸນຄ້ຳ ທຳມະວົງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ພະແນກການ, ກົມກອງ, ພະນັກງານທີ່ກ່ຽວຂ້ອງ, ຍາດພີ່ນ້ອງ ແລະ ບັນດານັກໂທດທີ່ໄດ້ຮັບການອະໄພຍະໂທດເຂົ້າຮ່ວມ.

ທ່ານ ດາວເຮືອງ ນັນທາວົງ ໄດ້ກ່າວວ່າ: ຈຸດປະສົງຂອງການໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດນັ້ນ ຊຶ່ງປະມວນກົດໝາຍອາຍາ ສະບັບປີ 2017 ມາດຕາ 43 ໄດ້ກຳນົດໄວ້ວ່າ: ການລົງໂທດບໍ່ພຽງແຕ່ຈະມີຈຸດປະສົງ ລົງໂທດຜູ້ກະທໍາຜິດເທົ່ານັ້ນ, ແຕ່ຫາກຍັງມີຈຸດປະສົງເພື່ອດັດສ້າງ ແລະ ສຶກສາອົບຮົມຜູ້ຖືກລົງໂທດ ໃຫ້ມີຈິດໃຈບໍລິສຸດຕໍ່ການອອກແຮງງານ, ໃຫ້ປະຕິບັດກົດໝາຍຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ໃຫ້ເຄົາລົບລະບຽບການດໍາລົງຊີວິດຂອງສັງຄົມ ພ້ອມທັງເປັນການປ້ອງກັນ ບໍ່ໃຫ້ການກະທໍາຜິດເທື່ອໃໝ່ເກີດຂຶ້ນ ແລະ ເນື່ອງໃນໂອກາດວັນສໍາຄັນຂອງຊາດ, ແຂວງວຽງຈັນ ຈຶ່ງໄດ້ຈັດພິທີປະກາດການໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດຈຳນວນໜຶ່ງ ທີ່ມີເງື່ອນໄຂຕາມລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018, ຊຶ່ງນັກໂທດທີ່ໄດ້ສະເໜີໃຫ້ອະໄພຍະໂທດຄັ້ງນີ້ ມີ 189 ຄົນ ຍິງ 17 ຄົນ ໃນນີ້, ມີ 02 ປະເພດ ຄື: ນັກໂທດທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດຫລຸດຜ່ອນໂທດ ມີ 160 ຄົນ ຍິງ 16 ຄົນ ແລະ ນັກໂທດທີ່ໄດ້ຮັບສະເໜີໃຫ້ອະໄພຍະໂທດປ່ອຍຕົວ 29 ຄົນ ຍິງ 01 ຄົນ.

ໂອກາດນີ້, ທ່ານ ບຸນຄ້ຳ ທຳມະວົງ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 304/ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ 2025 ຄົບຮອບ 50 ປີ, ປະທານປະເທດ ອອກລັດຖະດຳລັດ ຕົກລົງ ໃຫ້ອະໄພຍະໂທດແກ່ນັກໂທດ ຈຳນວນ 2.858 ຄົນ ຍິງ 362 ຄົນ ແລະ ຕ່າງປະເທດ 59 ຄົນ ຍິງ 7 ຄົນ. ພ້ອມທັງຍັງໄດ້ຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຮັບການປ່ອຍຕົວ ໄດ້ຫັນປ່ຽນແນວຄິດຈິດໃຈ ປະຖິ້ມໃນການກະທຳທີ່ບໍ່ດີ, ຕ້ອງທຳມາຫາກິນດ້ວຍຄວາມບໍລິສຸດສັດຊື່, ສິ່ງໃດທີ່ບໍ່ດີການກະທຳທີ່ເປັນການລະເມີດກົດໝາຍ, ຮີດຄອງປະເພນີອັນດີງາມຂອງຊາດ ແມ່ນຫ້າມເດັດຂາດ, ສ່ວນຜູ້ທີ່ໄດ້ຮັບການຜ່ອນໂທດ ກໍໃຫ້ເອົາໃຈໃສ່ສ້າງຜົນງານ, ປະຕິບັດລະບຽບກົດໝາຍ, ເປັນແບບຢ່າງໃນການອອກແຮງງານ, ເຄົາລົບເຈົ້າໜ້າທີ່ ບໍ່ໃຫ້ມີແນວຄິດອະຄະຕິ ແລະ ໂຕນໜີ ເພື່ອໃຫ້ມີໂອກາດໄດ້ຮັບການຜ່ອນໂທດໃນປີຕໍ່ໄປ ແລະ ຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງ, ອຳນາດການປົກຄອງເມືອງ, ບ້ານ, ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ບ່ອນນັກໂທດອາໄສຢູ່ ຕ້ອງມີການຕິດຕາມກວດກາພຶດຕິກຳ ການປະພຶດ ການກະທຳຂອງນັກໂທດ ທີ່ໄດ້ຮັບການປ່ອຍຕົວ, ເອົາໃຈໃສ່ສຶກສາອົບຮົມ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງບ້ານເມືອງ ເພື່ອໃຫ້ເປັນຄົນດີຂອງຄອບຄົວ ແລະ ສັງຄົມ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article