26.1 C
Vientiane
ວັນທີ 13 December, 2025

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

Must read

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.

ທ່ານ ວໍລະຈິດ ທອງປະເສີດ ຕ່າງໜ້າບໍລິສັດຫອມສົມບັດກໍ່ສ້າງຂົວ-ທາງ ຈຳກັດ ຜູ້ຮັບເໝົາກໍ່ສ້າງ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນວັນທີ 9 ທັນວາຜ່ານມານີ້ວ່າ: ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ສາມແຍກຫຼັກ 7 ຫາ ເຂດບ້ານລະຍາວໃຕ້ ມີຄວາມຍາວ 7 ກວ່າກິໂລແມັດ, ໜ້າທາງກ້ວາງ 6 ແມັດ, ເປັນທາງປູຢາງ 2 ຊັ້ນ ມີມູນຄ່າການກໍ່ສ້າງ 26 ຕື້ກວ່າກີບ, ໄລຍະການກໍ່ສ້າງ ຕາມສັນຍາ ແມ່ນ 4 ເດືອນໃຫ້ສຳເລັດ. ປັດຈຸບັນ ທາງບໍລິສັດຜູ້ຮັບເໝົາການກໍ່ສ້າງພວມສຸມໃສ່ຈັດຕັ້ງປະຕິບັດ ເພື່ອໃຫ້ທັນຕາມກຳນົດເວລາຂອງສັນຍາ.

(ຂ່າວ-ພາບ:ມະນີວອນ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article