
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 11 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍານະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນທັນວາ 2025.
ກອງປະຊຸມຄັ້ງນີ້, ຈະດໍາເນີນໄປເປັນເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ເປິກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
– ສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2025 ຂອງລັດຖະບານ;
– ລາຍງານສະພາບພົ້ນເດັ່ນຢູ່ສາກົນ ແລະ ພາກພື້ນ, ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
– ລາຍງານການເກັບຂໍ້ມູນ ແລະ ຜົນການສຶກສາການຕັ້ງດ່ານເກັບເງິນຄ່າບໍລິການຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ນັບແຕ່ກິໂລແມັດທີ 71-346 (ໄລຍະທາງ 275 ກິໂລແມັດ) ແລະ ທາງຫຼວງແຫ່ງຊາດເລກທີ 12 ນັບແຕ່ທ່າແຂກ ຫາ ຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ).

– ຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ການນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບຊັບສິນຂອງລັດ.
– ຮ່າງດຳລັດວ່າດ້ວຍເງິນເດືອນ, ຜົນປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງໜ້າ.
– ຮ່າງດໍາລັດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ.
– ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ.
– ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ.
– ຮ່າງດໍາລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ.
– ຮ່າງດຳລັດ ວ່າດ້ວຍຝຸ່ນ.
ໃນໂອກາດມີຄຳເຫັນໄຂກອງປະຊຸມ, ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ໂດຍສະເພາະຄວາມຂັດແຍ້ງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະອື່ນໆ. ຊຶ່ງບັນຫາຫຼົ່ານີ້, ຍັງຈະສືບຕໍ່ເປັນສິ່ງທ້າທາຍ, ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫຼາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມອີກ.
ສໍາລັບຢູ່ປະເທດລາວ ແນ່ນອນວ່າ ຈະບໍ່ສາມາດຫຼີກລ່ຽງຜົນກະທົບຈາກສະພາບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ບໍ່ຫຼາຍກໍໜ້ອຍ. ສະນັ້ນ, ຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂແຕ່ຫົວທີໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃຫ້ເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຕໍ່ແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ທີ່ມາ: ກົມປະຊາສຳພັນ ຫສນຍ.



