25 C
Vientiane
ວັນທີ 13 December, 2025

ການນໍາແຂວງ ແລະ ເມືອງຫຼວງນໍ້າທາ ຊຸກຍູ້ການສ້າງຕັ້ງໂຮງງານຂ້າສັດ ທັນສະໄໝ

Must read

ວັນທີ 9 ທັນວາຜ່ານມາ ຢູທີ່ໂຮງງານຂ້າສັດພູດິນແດງ ບ້ານວຽງເໜືອ ເມືອງຫຼວງນໍ້າທາ, ການນໍາແຂວງ ແລະ ເມືອງຫຼວງນໍ້າທາ ໄດ້ລົງຕິດຕາມ,ຊຸກຍູ້ການກໍ່ສ້າງໂຮງງານຂ້າສັດພູດິນແດງ ທັນສະໄໝ ຫຼັງໃໝ່ ນໍາໂດຍທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຮງງານຂ້າສັດພູດິນແດງ ຫຼັງໃໝ່ ປະກອບມິ ໂຮງງານຂ້າສັດ ປະເພດໝູ 1 ຫຼັງ ມີຂະໜາດ 10×24 ແມັດ, ປະກອບມີເຄື່ອງຈັກທີ່ທັນສະໄໝ ເປັນຕົ້ນແມ່ນ ເຄື່ອງຊອດໝູ 1 ເຄື່ອງ, ເຄື່ອງຈັກຄົວໝູ 1 ເຄື່ອງ, ເຄື່ອງສະພານຂົນສົ່ງຊີ້ນ 2 ເຄື່ອງ ແລະ ໂຮງງານຂ້າສັດ ປະເພດ ງົວ-ຄວາຍ 1 ຫຼັງ ມີຂະໜາດ 10×24 ແມັດ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2024. ມາຮອດປັດຈຸບັນ ສໍາເລັດ 90% ແລະ ຄາດວ່າຈະໃຫ້ສໍາເລັດ ເປີດນໍາໃຊ້ໂຮງງານຢ່າງເປັນທາງການໃນຕົ້ນປີ 2026 ໂດຍແມ່ນທືນເອກະຊົນ 100% ມູນຄ່າ 4 ຕື້ກວ່າກີບ.

(ຂ່າວ: ຄໍາຕັນ ອຸ່ນຄໍາ)

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article