ສຳນັກຂ່າວ World Forum ລາຍງານໂດຍອ້າງອີງຈາກສື່ຂອງກຳປູເຈຍວ່າ: ວັນທີ 10 ທັນວາ 2025 ກະຊວງພາຍໃນກຳປູເຈຍໄດ້ຖະແຫຼງວ່າ: ວັນທີ 9 ທັນວາ 2025 ກຳລັງບັງຄັບໃຊ້ກົດໝາຍຮ່ວມຂອງກຳປູເຈຍ ໄດ້ບຸກທຳລາຍຈຸດກໍ່ເຫດອາຊະຍາກຳຂ້າມຊາດທີ່ກ່ຽວຂ້ອງກັບການສໍ້ໂກງທາງໂທລະຄົມມະນາຄົມ ແລະ ເຄືອຂ່າຍ ຢູ່ Amarak Farm ໃນນະຄອນຫຼວງພະນົມເປັນ, ເຊິ່ງນຳໄປສູ່ການຈັບກຸມຜູ້ຕ້ອງສົງໄສສັນຊາດໄທຈຳນວນຫຼາຍ.

ການປະຕິບັດການຄັ້ງນີ້ ສາມາດຈັບກຸມແກ໊ງຄໍເຊັນເຕີ ທັງໝົດ 75 ຄົນ, ຍິງ 48 ຄົນ ທັງໝົດເປັນຄົນສັນຊາດໄທ ພ້ອມຂອງກາງເຊັ່ນ: ຄອມພິວເຕີແລັບທັອບ, ໂທລະສັບມືຖື ແລະ ອຸປະກອນອີເລັກໂທຣ ນິກຈຳນວນຫຼວງຫຼາຍ ທີ່ຕ້ອງສົງໄສວ່າໃຊ້ໃນການສໍ້ໂກງຂ້າມຊາດ ຢູ່ທີ່ Amarak Farm, ໂດຍຜູ້ຕ້ອງສົງໄສທັງໝົດພ້ອມດ້ວຍຂອງກາງໄດ້ຖືກສົ່ງໄປຍັງກອງບັນຊາການຕຳຫຼວດແຫ່ງຊາດ ເພື່ອດຳ ເນີນຄະດີຕາມຂັ້ນຕອນກົດໝາຍ. ທາງການກຳປູເຈຍລະບຸວ່າ ຄະດີນີ້ຍັງຢູ່ໃນລະຫວ່າງການສອບສວນຢ່າງລະອຽດ ເພື່ອວິເຄາະຂໍ້ມູນ ແລະ ຈະຕິດຕາມຈັບກຸມຜູ້ບົງການ ແລະ ສະມາຊິກຫຼັກຂອງເຄືອຂ່າຍນີ້ໃຫ້ເຖິງທີ່ສຸດ.

ເຈົ້າໜ້າທີ່ໄດ້ເນັ້ນຢໍ້າວ່າ ການປາບປາມການສໍ້ໂກງທາງໂທລະຄົມມະນາຄົມ ແລະ ອອນລາຍທົ່ວປະເທດກຳປູເຈຍຈະດຳເນີນຢ່າງຕໍ່ເນື່ອງ ແລະ ບຸກຄົນ ຫຼື ອົງການໃດໆ ທີ່ກ່ຽວຂ້ອງກັບກິດຈະກຳຜິດກົດໝາຍປະເພດນີ້ ຈະຖືກລົງໂທດຢ່າງໜັກຕາມກົດໝາຍໂດຍບໍ່ມີການຍົກເວັ້ນ ຫຼື ຜ່ອນຜັນໃດໆ

ການປະຕິບັດການຄັ້ງນີ້ໂດຍການປະສານງານຂອງສຳນັກເລຂາຄະນະກຳມະການປາບປາມການສໍ້ໂກງທາງໂທລະຄົມມະນາຄົມແຫ່ງຊາດ, ຮ່ວມກັບກອງບັນຊາການຕຳຫຼວດແຫ່ງຊາດ ແລະ ກອງບັນຊາການຮ່ວມນະຄອນຫຼວງພະນົມເປັນ, ພາຍໃຕ້ການກຳກັບດູແລຂອງໄອຍະການສານນະຄອນຫຼວງພະນົມເປັນ.




