23 C
Vientiane
ວັນທີ 11 December, 2025

ເຊກອງ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກາເຟ

Must read

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຜູ້ຜະລິດ ແລະ ປຸງແຕ່ງກາເຟ ເປັນສິນຄ້າ ໃນວັນທີ 10 ທັນວາ 2025 ທີ່ເມືອງທ່າແຕງ ໂດຍມີທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ, ທ່ານ ສຸວັນ ສ້ອຍທະວົງສາ ຮອງປະທານ ຄະນະກໍາມະການປົກຄອງ ເມືອງທ່າແຕງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາແສນ ພະສະແຫວງ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອເປັນການຍົກລະດັບຄວາມຮູ້, ເສີມທັກສະ ແລະ ສ້າງຄວາມເຂັ້ມແຂງໂດຍກົງ ໃຫ້ຫົວໜ່ວຍ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກະສິກໍາເປັນສິນຄ້າ (ກາເຟ) ເປັນຕົ້ນ ເຕັກນິກການປູກກາເຟ ແລະ ຄັດເລືອກແນວພັນ; ການບົວລະບັດຮັກສາ ແລະ ການເກັບມ້ຽນກາເຟ; ການເກັບກູ້ກາເຟໃຫ້ຖືກວິທີ ແລະ ມີຄຸນນະພາບ; ການແປຮູບຜະລິດຕະພັນກາເຟ ເປັນສິນຄ້າ ແລະ ການເຂົ້າຫາຕະຫລາດ.

ການຝຶກອົບຮົມຄັ້ງນີ້, ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ຊຶ່ງນອກຈາກການຮຽນຮູ້ພາກທິດສະດີແລ້ວ ຜູ້ເຂົ້າຮ່ວມຍັງຈະໄດ້ລົງຢ້ຽມຢາມບັນດາ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກາເຟ ເພື່ອເບິ່ງການບົວລະບັດຮັກສາ ພ້ອມທັງຈະໄດ້ຖອດຖອນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຜະລິດ ແລະ ປຸງແຕ່ງກາເຟ ມີຄຸນນະພາບ, ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດໃນປັດຈຸບັນ.

ຂ່າວ: ສັນຍາ

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article