23 C
Vientiane
ວັນທີ 11 December, 2025

ສພຂ ສະຫວັນນະເຂດ ລົງສຳຫລວດເສັ້ນທາງເລກ 10 ເພື່ອວາງແຜນສ້ອມແປງຄືນໃໝ່

Must read

ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ (ສພຂ) ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ລົງສຳຫລວດແລວທາງເລກທີ RR 6390 ແຕ່ບ້ານສອງຫ້ອງ-ຈອມພູຊ້າງແຫ່ -ບ້ານແກ້ງຍາວ ແລະ ແຕ່ບ້ານແກ້ງຍາວ-ທາງເລກທີ PR 6304 (ທາງເລກ 10) ເຂດບ້ານດົງຄຳກວານ ເພື່ອວາງແຜນສ້ອມແປງປັບປຸງຄືນໃໝ່ ໃນວັນທີ 8 ທັນວາ 2025 ທັງນີ້ກໍເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວ ສາມາດສັນຈອນໄປ-ມາສະດວກຂຶ້ນກວ່າເກົ່າໃນຕໍ່ໜ້າ.

ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 15 ກິໂລແມັດ, ກວ້າງ 6 ແມັດ. ສໍາລັບແຜນໃນການສ້ອມແປງທາງ ແມ່ນຈະໄດ້ບຸກເບີກໜ້າດິນຕາມສອງຂ້າງທາງ ເບື້ອງລະ 5 ແມັດ ແລະ ສ້າງຂົວຈໍານວນ 2 ແຫ່ງ, ໃສ່ທໍ່ລອດທາງຂະໜາດ 150 ຊັງຕີແມັດ 4 ແຫ່ງ, ໃສ່ທໍ່ລອດທາງຂະໜາດ 100 ຊັງຕີແມັດ 3 ແຫ່ງ, ໃສ່ທໍ່ຂະໜາດ 80 ຊັງຕີແມັດ 2 ແຫ່ງ ແລະ ໃສ່ທໍ່ລອດທາງ 30 ຊັງຕີແມັດ ຈໍານວນ 3 ແຫ່ງ.

- Advertisement -spot_img

More articles

LEAVE A REPLY

Please enter your comment!
Please enter your name here

- Advertisement -spot_img

Latest article